ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແຈກ​ຢາຍ​ວັກ​ຊີນ​ກັນ​ພະ​ຍາດ ໂຄວິດ - 19 ຢ່າງ​ສະ​ເໝີ​ພາບ

(VOVWORLD) -  ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງຈັດກອງປະຊຸມມາເປັນ 2 ມື້, G20 ຢັ້ງຢືນຈະລະດົມບັນດາແຫຼ່ງກຳລັງເພື່ອແກ້ໄຂບັນດາຄວາມຕ້ອງການດ້ານການເງິນໃນຂະນະທີ່ ພື້ນຖານສາທາລະນະສຸກທົ່ວໂລກມີຄວາມຕ້ອງການ ເພື່ອໜູນຊ່ວຍວິວັດທະນາການຄົ້ນຄ້ວາ, ພັດທະນາ, ຜະລິດ ແລະ ແຈກຢາຍຢ່າງປອດໄພ. 
ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແຈກ​ຢາຍ​ວັກ​ຊີນ​ກັນ​ພະ​ຍາດ ໂຄວິດ - 19 ຢ່າງ​ສະ​ເໝີ​ພາບ - ảnh 1

ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍໃນວັນທີ 21 ພະຈິກ 2020 (ພາບ: AFP/TTXVN)

        ວັນທີ 22 ພະຈິກ ການນຳ G20  - ກຸ່ມບັນດາປະເທດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນວິວັດທະນາການແຈກຢາຍຊັກຊີນກັນພະຍາດ ໂຄວິດ - 19 ຊະນິດຕ່າງໆ ຢ່າງສະເໝີພາບໃນທົ່ວໂລກ, ກໍ່ຄືໜູນຊ່ວຍພື້ນຖານເສດຖະກິດຂອງບັນດາປະເທດທຸກຍາກ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ ໂຄວິດ - 19.

        ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງຈັດກອງປະຊຸມມາເປັນ 2 ມື້, G20 ຢັ້ງຢືນຈະລະດົມບັນດາແຫຼ່ງກຳລັງເພື່ອແກ້ໄຂບັນດາຄວາມຕ້ອງການດ້ານການເງິນໃນຂະນະທີ່ ພື້ນຖານສາທາລະນະສຸກທົ່ວໂລກມີຄວາມຕ້ອງການ ເພື່ອໜູນຊ່ວຍວິວັດທະນາການຄົ້ນຄ້ວາ, ພັດທະນາ, ຜະລິດ ແລະ ແຈກຢາຍຢ່າງປອດໄພ. G20 ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນວິວັດການສຳຜັດຢ່າງສະເໝີພາບ ແລະ ເໝາະສົມ ໃຫ້ແກ່ທຸກຄົນ. ກໍ່ໃນຖະແຫຼງການຮ່ວມນີ້, G20 ໄດ້ປະກາດວ່າ ຈະສະໜັບສະໜູນກົນໄກຮ່ວມມືຫຼາຍຝ່າຍ, ຖືນິ້ີ້ແມ່ນວິທີການຮ່ວມມືສຳຄັນທີ່ສຸດໃນປັດຈຸບັນ.

        ໃນຂະນະນັ້ນ, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ພະຈິກ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 58.968.875 ຄົນ ໃນນັ້ນມີຜູ້ເສຍຊີວິດ 1.393.193 ຄົນ. ປະເທດທີ່ໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 12.587.627 ຄົນ ໃນນັ້ນ ມີ ຜູ້ເສຍຊີວິດ 262.694 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ຝລັ່ງ, ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ