ບັນດາຜູ້ແທນຕີລາຄາສູງວາລະປະຊຸມພິເສດຂອງ ອາຊຽນ ກ່ຽວກັບການ “ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ”

(VOVWORLD) - ຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບວາລະປະຊຸມພິເສດນີ້ ແມ່ນສານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄຳໝັ້ນສັນຍາ ແລະ ການສະໜັບສະໜູນການນຳໜ້າຂອງ ອາຊຽນ ໃນບັນຫາ ຊຸກຍູ້ການຮ່ວມມືຫລາຍຝ່າຍ ແລະ ລັດທິຫລາຍຝ່າຍ.
ບັນດາຜູ້ແທນຕີລາຄາສູງວາລະປະຊຸມພິເສດຂອງ ອາຊຽນ ກ່ຽວກັບການ “ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ” - ảnh 1 ບັນດາຜູ້ແທນຕີລາຄາສູງວາລະປະຊຸມພິເສດຂອງ ອາຊຽນ ກ່ຽວກັບການ “ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ”

ຢູ່ນອກວາລະປະຊຸມພິເສດຂອງ ອາຊຽນ ກ່ຽວກັບເລື່ອງເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ, ຜູ້ແທນຫລາຍທ່ານໄດ້ຕີລາຄາສູງຂໍ້ລິເລີ່ມດັ່ງກ່າວຂອງ ຫວຽດນາມ ແລະ ຖືວ່າ: ເປັນຄັ້ງທຳອິດໃນປະຫວັດສາດກ່ວາ 50 ປີຜ່ານມາຂອງ ອາຊຽນ, ນີ້ແມ່ນກອງປະຊຸມຂັ້ນສູງສຸດຂອງການນຳ ອາຊຽນ ຢູ່ພາກພື້ນກ່ຽວກັບບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ.  ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ທີ່ປຶກສາຂັ້ນສູງຄະນະເລຂາ ອາຊຽນ ຖືວ່າ:

        “ຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບວາລະປະຊຸມພິເສດນີ້ ແມ່ນສານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄຳໝັ້ນສັນຍາ ແລະ ການສະໜັບສະໜູນການນຳໜ້າຂອງ ອາຊຽນ ໃນບັນຫາ ຊຸກຍູ້ການຮ່ວມມືຫລາຍຝ່າຍ ແລະ ລັດທິຫລາຍຝ່າຍ. ເຫດການນີ້ ຈະປະກອບສ່ວນສ້າງຂີດໝາຍບາດກ້າວຫັນປ່ຽນຂອງ ອາຊຽນ ໃນລະບົບບັນດາການເຄື່ອນໄຫວ ໃນໄລຍະໃໝ່ຢູ່ໃນລະດັບທີ່ມີຄວາມແທດຈິງຫລາຍກ່ວາອີກ, ເປັນການຢັ້ງຢືນກຳລັງຄວາມສາມາດນຳພາ ແລະ ການລິເລີ່ມຂອງ ຫວຽດນາມ.

        ສ່ວນທ່ານນາງເອກອັກຄະລັດຖະທູດປະເທດ ຊູແອັດ ປະຈຳ ຫວຽດນາມ  Ann Mawe ຕີລາຄາວ່າ:

        “ຂ້າພະເຈົ້າຕີລາຄາສູງເປັນພິເສດຕໍ່ຂໍ້ລິເລີ່ມ ແລະ ບົດບາດນຳພາຂອງ ຫວຽດນາມ ເມື່ອຊຸກຍູ້ ແລະ ຈັດຕັ້ງເຫດການທີ່ມີຄວາມໝາຍ ໃນບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນພິເສດທີ່ເປັນການນຳເພດຍິງ. ຂ້າພະເຈົ້າຄິດວ່າ ແນວຄວາມຄິດນີ້ ຈະໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ກ້ວາງຂວາງກ່ວາ ເມື່ອ ຫວຽດນາມ ຍັງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ