ບັນດາວິສາຫະກິດອາເມລິກາຕີລາຄາວ່າຫວຽດນາມແມ່ນຕະຫຼາດຄາດໝາຍໃນອາຊຽນ

ບັນດາວິສາຫະກິດອາເມລິກາຕີລາຄາວ່າຫວຽດນາມແມ່ນຕະຫຼາດຄາດໝາຍໃນອາຊຽນ - ảnh 1
(ພາບ​ປະ​ກອບ: vietnamplus.vn)

(vovworld) - ​​ຫວຽດ​ນາມ​ ແມ່ນ​ປະ​ເທດ​ນຳ​ໜ້າ​ໃນສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ເຊິ່ງວ​ິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ຕີ​ລາ​ຄາ​ວ່າ ແມ່ນ​ຕະ​ຫຼາດຄາດ​ໝາຍ​ເພື່ອ​ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ໃນ​ປີ 2017. ນີ້​ແມ່ນ​ໝາກ​ຜົນ​ການ​ສຳ​ຫຼວດ​ລ້າ​ສຸດ​ກ່ຽວ​ກັບ​ແງ່​ຫວັງດຳ​ເນີນ​ທຸ​ລະ​ກິດ​ດ້ານ​ການ​ຄ້າ​ປີ 2017 ຢູ່​ບັນ​ດາ​ປ​ະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ​ເຊິ່ງຫ້ອງ​ການ​ການ​ຄ້າ​ອາ​ເມ​ລິ​ກາ (Amcham) ຫາ​ກໍ​ປະ​ກາດ. ຕາມນັ້ນ​ແລ້ວ, ມີ 40% ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ຖື​ວ່າ, ຫວຽດ​ນາມ ແມ່ນ​ປະ​ເທດ​ແຖວ​ໜ້າ​ໃນ​ອາ​ຊຽນ ເພື່ອ​ໃຫ້​ເຂົາ​ເຈົ້າ​ເປີ​ດກວ້າງ​ການ​ດຳ​ເນີນ​ທະ​ລຸ​ກິດ ແລະ ລົງ​ທຶນ​ໃນ​ປີ 2017, ຖັດ​ຈ​າກນັ້ນ​ແມ່ນ​ອິນ​ໂດ​ເນ​ເຊຍ, ມຽນ​ມາ, ໄທ, ຟິ​ລິບ​ປີນ. ຫວຽດ​ນາມ ກໍ​ນຳ​ໜ້າ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ ​ກ່ຽວ​ກັບການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ແລະ ກໍ​ຕາມ​ການ​ສຳ​ຫຼວດ​ແລ້ວ, ມ​ີ​ວິ​ສາ​ຫະ​ກິດອາ​ເມ​ລິ​ກາ ​ປະ​ມານ 50% ຖື​ວ່າ, ການ​ເຊື່ອມ​ໂຍ​ງ​ຂອງ​ອາ​ຊຽນ ມີການ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ເຖິງ​ການ​ລົງ​ທຶນດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ອາ​ເມ​ລິ​ກາ ຢູ່​ຫວຽດ​ນາມ.

        ໝາກ​ຜົນ​ການ​ສຳ​ຫຼວດ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ ແລະ ​ສັງ​ລວ​ມ​​ໂດຍ​ອີງ​ຕາມຄຳ​ເຫັນຈາກ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ນັບ​ພັນ​ຄົນ (ເຊິ່ງ​ແມ່ນສະ​ມາ​ຊິກ​ຂອງ Amcham ສິງ​ກະ​ໂ​ປ ກໍ​ຄື​ຫ້ອງ​ການ​ການ​ຄ້າ​ອາ​ເມ​ລິ​ກາ ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ) ທີ່​ພວມ​ເຄື່ອນໄຫວ​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ