ບັນດາສະຖານທີ່ລະຫຼິ້ນຢູ່ ເຂດທາງທິດຕາເວັນອອກພາກກາງດຶງດູດແຂກທ່ອງທ່ຽວ


ບັນດາສະຖານທີ່ລະຫຼິ້ນຢູ່ ເຂດທາງທິດຕາເວັນອອກພາກກາງດຶງດູດແຂກທ່ອງທ່ຽວ - ảnh 1
ເຂດ​ພັກ​ຜ່ອນ​ແຫ່ງ​ໜຶ່ງ​ຢູ່ແຂວງ ບາ​ເຮັ້ຍ-ວຸ້ງ​ເຕົາ​

(vovworld)- ຕາມ​ການ​ປະ​ເມີນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພາ​ກ​ກາງ​ແລ້ວ, ແຕ່ ວັນ​ທີ 20 – 22/2 ກົງ​ກັບ​ວັນ​ທີ 2 ຫາ​ວັນ​ທີ 4 ຂອງ​ບຸນ​ເຕັດ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ພັກ​ຜ່ອນ​ຢູ​່​ຕາມ​ເຮືອນ​ພັກ, ໂຮງ​ແຮມ​ແມ່ນ​ເຕັມ​ຫ້ອງ. ສິ່ງ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ແມ່ນ​ບັນ​ດາ​ລາຍ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ຄື ຟ້ອນ​ສິງ​ໂຕ, ເປີດ​ໄຫ​ເຫຼົ້າຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ແລະ ພິ​ເສດ​ແມ່ນ​ແມ່ນ​ການ​ແຂ່ງ​ຂັນ​ຫໍ່​ເຂົ້າ​ຕົ້ມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ທ່ານ Steven Cropper ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ : 

   “ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ທັດ​ສະ​ນະ​ສຶກ​ສາ, ທ່ອງ​ທ່ຽວ​ຢູ່ຫຼາຍ​ແຫ່ງ​ໃນ​ໂລກ, ແຕ່​ເມ​ື່ອ​ມາ​ຮອດ​ແຂວງ ບາ​ເຮັ້ຍ-ວຸ້ງ​ເຕົາ​ຂອງ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ແທ້ກ່ຽວ​ກັບ​ເຂດ​ດິນ​ແຫ່ງນີ້. ພາຍຫຼັງ​ການ​ຢ້​ຽມ​ຢາມນີ້, ຂ້າ​ພະ​ເຈົ້າ​ຈະ​ກັບ​ເມືອ​ແນະ​ນຳ​ກັບ​ໝູ່​ເພື່ອນ​ຂອງ​ຕົນ​ກ່ຽວ​ກັບ​ແຂວງ ບາ​ເຮັ້ຍ-ວຸ້ງ​ເຕົາ​ເວົ້າ​ສະ​ເພາະ ແລະ ​ຫວຽດ​ນາມເວົ້າ​ລວມ​ແມ່ນ​ດູດ​ດື່ມ​ແທ້. ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ວ່າ ຈະ​ໄດ້​ກັບ​ຄືນ​ຢ້ຽມ​ຢາມ​ແຫ່ງນີ້​ອີກ​ໃນ​ໄວໆ​ນີ້ ”

    ສ່ວນ​ຢູ່​ເຂດ​ທ່ອງ​ທ່ຽວ Sealinks city ນະ​ຄອນ​ຟານ​ທຽດ ແຂວງ ບິງ​ຖ້ວນ, ງານ​ແຂ່ງ​ຂັນ​ຫໍ່​ເຂົ້າຕົ້ມ​ໄດ້​ຖືກ​ຈັດ​ຂຶ້ນ ອັນ​ໄດ້​ດຶງ​ດູດ 35 ຄອບ​ຄົວ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າຮ່ວມ. ນາງ ແທງ​ທິ​ຈຸກ​ມາຍ ຊາວ​ບິງ​ຖ້ວຍ ໃຫ້​ຮູ້​ວ່າ

    “  ນ້ອງມ​ານີ້​ພ້ອມ​ກັບ​ພວກ​ເພື່ອນ, ເຫັນ​ວ່າ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ, ມີຫຼາຍ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​, ອາ​ຫານ​ການ​ກິນຂອງຊາວ​ເຜົ່າ​ຈຳ. ນີ້​ແມ່ນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ , ຫາກບໍ່​ແມ່ນ​ບຸນ​ເຕັດ​ຂອງ​ຊາວ​ເຜົ່າ​ຈຳ. ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ເຊັ່ນ​ນີ້​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ ກໍ​ມ່ວນຫຼາຍ”

ຂ່າວ/ບົດ​ອື່ນ