ບັນດາອົງການພາກພື້ນແລະສະຫະປະຊາຊາດຮ່ວມມືເພື່ອສັນຕິພາບແລະການໄກ່ເກຍປອງດອງ

ທ່ານເລຂາທິການໃຫຍ່ ສປຊ Ban Ki Moon
(ພາບ: eyeradio.org)
|
(vovworld) – 18 ອົງການພາກພື້ນ, ໃນນັ້ນມີສະຫະສະມາຄົມບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຊຸກຍູ້ສັນຕິພາບ ແລະ ການໄກ່ເກຍປອງດອງໃນຂອບເຂດທົ່ວໂລກ. ແຈ້ງການເມື່ອວັນທີ 4/5 ຂອງຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ: ນີ້ແມ່ນໝາກຜົນຂອງກອງປະຊຸມໂດຍທ່ານເລຂາທິການໃຫຍ່ ສປຊ Ban Ki Moon ເປັນປະທານໃນວັນທີ 1 – 2/5 ຢູ່ ນິວຢອກ, ປະເທດ ອາເມລິກາ, ລະຫວ່າງຜູ້ຕາງໜ້າບັນດາອົງການພາກພື້ນດັ່ງກ່າວ ແລະ ບັນດາເຈົ້າໜ້າທີ່ອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນທົ່ວໂລກນີ້. ກອງປະຊຸມໄດ້ສຸມໃສ່ເຂົ້າໃນ 3 ຂົງເຂດຕົ້ນຕໍແມ່ນການໄກ່ເກຍປອງດອງ, ການສ້າງສັນຕິພາບ ແລະ ການເຄື່ອນໄຫວສັນຕິພາບ. ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືລະຫວ່າງອົງການຂອງສາກົນ ແລະ ພາກພື້ນເພື່ອແນໃສ່ບັນລຸໄດ້ສັນຕິພາບ ແລະ ຄວາມສະຫງົບໃນສະພາບການປະຈຸບັນ.