ບັນດາຮ້ານສັບພະສິນຄ້າເພີ່ມຈຳນວນສິນຄ້າຂຶ້ນທົບ 2 - 3 ເທົ່າ

(VOVWORLD) -ໃນຊຸມມື້ຜ່ານມາ, ຈຳນວນລູກຄ້າມາຊື້ສິນຄ້າໄດ້ເພີ່ມຂຶ້ນ ແຕ່ບໍ່ຫຼາຍ, ປະຈຸບັນແຫຼ່ງສະໜອງສິນຄ້າຢູ່ຕາມຮ້ານຂ້າຍສິນຄ້າຂອງບັນດາຮ້ານສັບພະສິນຄ້າກໍ່ສາມາດຕອບສະໜອງຕາມຄວາມຕ້ອງການໄດ້.

ບັນດາຮ້ານສັບພະສິນຄ້າເພີ່ມຈຳນວນສິນຄ້າຂຶ້ນທົບ 2 - 3 ເທົ່າ - ảnh 1 ບັນດາວິສາຫະກິດໄດ້ເປັນເຈົ້າການເພີ່ມປະລິມານສິນຄ້າສະສົມຂຶ້ນທົບ 2 – 3 ເທົ່າ ເມື່ອທຽບໃສ່ກ່ອນນີ້

(ພາບ: hanoimoi.com)

ບັນດາວິສາຫະກິດ, ຕົວແທນຈຳໜ່າຍສິນຄ້າໄດ້ປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ; ເພີ່ມທະວີບັນດາມາດຕະການຮັບປະກັນແຫຼ່ງສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ປະຊາຊົນ, ພ້ອມທັງປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ… ນີ້ແມ່ນຄຳສັ່ງຊີ້ນຳຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໂດ້ທັ໊ງຫາຍ ທີ່ການເຮັດວຽກກັບລະບົບຮ້ານສັບພະສິນຄ້າ Co.opmart ແລະ BigC ຢູ່ຮ່າໂນ້ຍ ກ່ຽວກັບວຽກງານຮັບປະກັນການສະໜອງສິນຄ້າທີ່ຈຳເປັນ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ໃນວັນທີ 02 ສິງຫາ.

        ບົດລາຍງານຂອງຜູ້ຕາງໜ້າຮ້ານສັບພະສິນຄ້າ Co.opmart ແລະ BigC ໃຫ້ຮູ້ວ່າ, ໃນຊຸມມື້ຜ່ານມາ, ຈຳນວນລູກຄ້າມາຊື້ສິນຄ້າໄດ້ເພີ່ມຂຶ້ນ ແຕ່ບໍ່ຫຼາຍ, ປະຈຸບັນແຫຼ່ງສະໜອງສິນຄ້າຢູ່ຕາມຮ້ານຂ້າຍສິນຄ້າຂອງບັນດາຮ້ານສັບພະສິນຄ້າກໍ່ສາມາດຕອບສະໜອງຕາມຄວາມຕ້ອງການໄດ້. ບັນດາວິສາຫະກິດໄດ້ເປັນເຈົ້າການເພີ່ມປະລິມານສິນຄ້າສະສົມຂຶ້ນທົບ 2 – 3 ເທົ່າ ເມື່ອທຽບໃສ່ກ່ອນນີ້ ເພື່ອຮັບປະກັນການສະໜອງສິນຄ້າໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ