ບັນ​ດາ​ແຂວງ​ຢູ່​ຕອນ​ໃຕ້​ພາກ​ກາງ ຮີບເຮັ່ງຍົກຍ້າຍ​ປະ​ຊາ​ຊົນ​ໄປ​ເຂດ​ປອດ​ໄພ ຫຼີກ​ລ້ຽງ ພາ​ຍຸ Molave

(VOVWORLD) -ທີ່ກອງປະຊຸມທາງອອນລາຍກ່ຽວກັບການປ້ອງກັນ, ຕ້ານພາຍຸກັບບັນດາທ້ອງຖິ່ນໃນວັນທີ 26 ຕຸລາ, ທ່ານ ເລຈິ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ, ທ້ອງຖິ່ນຮີບເຮັ່ງຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ເຂດມີຄວາມສ່ຽງເກີດເຫດດິນເຊາະເຈື່ອນສູງ. 
ບັນ​ດາ​ແຂວງ​ຢູ່​ຕອນ​ໃຕ້​ພາກ​ກາງ ຮີບເຮັ່ງຍົກຍ້າຍ​ປະ​ຊາ​ຊົນ​ໄປ​ເຂດ​ປອດ​ໄພ ຫຼີກ​ລ້ຽງ ພາ​ຍຸ Molave - ảnh 1ພາບປະກອບ 

ໂດຍເປັນເຈົ້າການໃນການຮັບມືກັບພາຍຸ Molave, ຕອນບ່າຍ ແລະ ຄ່ຳວັນທີ 26 ຕຸລາ, ບັນດາທ້ອງຖິ່ນຢູ່ຕອນໃຕ້ພາກກາງ ໄດ້ຮີບເຮັ່ງສຳຫຼວດກວດກາຄືນບັນດາຄອບຄົວທີ່ຢູ່ເຂດອັນຕະລາຍ, ຂຶ້ນແຜນການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ ກ່ອນເວລາ 18 ໂມງຂອງວັນທີ 27 ຕຸລາ. ບັນດາແຂວງ, ນະຄອນ ໄດ້ລະດົມກຳລັງ ໜູນຊ່ວຍໃຫ້ແກ່ປະຊາຊົນສ້ອມແປງ ເຮືອນຊານບ້ານຊອງ, ນຳເຮືອກ່ຳປັ່ນໄປຍັງເຂດປອດພາຍຸ. ຄະນະກຳມະການປະຊາຊົນນະຄອນດ່ານັ້ງໄດ້ຮຽກຮ້ອງວ່າ ກ່ອນເວລາ 16ໂມງ 30 ນາທີ ຂອງວັນທີ 27 ຕຸລາ, ບັນດາຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດສຳເລັດແຜນການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ແຕ່ງຕັ້ງຜູ້ປະຈຳການຢ່າງຕໍ່ເນື່ອງ, ຕິດຕາມການຜັນແປຂອງພາຍຸ, ຝົກຕົກໜັກ, ນ້ຳຖ້ວມ…ຢ່າງເຄັ່ງຄັດ ເພື່ອເປັນເຈົ້າການໃນການແກ້ໄຂບັນດາກໍລະນີທີ່ອາດຈະເກີດຂຶ້ນ. ທ່ານ ເລຈຸງຈິ໊ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງໃຫ້ຮູ້ວ່າ:

ໂດຍປະຕິບັດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ, ນະຄອນດ່ານັ້ງ ໄດ້ຊີ້ນຳບັນດາພະແນກ, ຂະແໜງການ, ທ້ອງຖິ່ນ ຮີບເຮັ່ງຜັນຂະຫຍາຍບັນດາມາດຕະການ. ໃນສະເພາະໜ້າແມ່ນດຳເນີນການຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ ແລະ ກວດກາທຸກໆໂຄງການ, ອ່າງເກັບນ້ຳ, ຮື້ມ້າງບັນດາເສົາອັງແຕນແລະອື່ນ ທີ່ອາດກໍ່ຄວາມອັນຕະລາຍ, ເພື່ອປ້ອງກັນ, ຕ້ານພາຍຸ Malave, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

ທີ່ກອງປະຊຸມທາງອອນລາຍກ່ຽວກັບການປ້ອງກັນ, ຕ້ານພາຍຸກັບບັນດາທ້ອງຖິ່ນໃນວັນທີ 26 ຕຸລາ, ທ່ານ ເລຈິ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ, ທ້ອງຖິ່ນຮີບເຮັ່ງຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ເຂດມີຄວາມສ່ຽງເກີດເຫດດິນເຊາະເຈື່ອນສູງ. ພ້ອມທັງ, ຮຽກຮ້ອງໃຫ້ບັນດາຫົວໜ່ວຍຄຸ້ມຄອງໂຄງການເຄື່ອນໄຟຟ້າ, ອ່າງເກັບນ້ຳ ອີງຕາມສະພາບການຕົວຈິງ ເພື່ອມີແຜນການເຄື່ອນໄຫວຢ່າງເໝາະສົມ. ຮັບປະກັນຄວາມປອດໄພ. ຢູ່ແຂວງກ໋ວາງງ໊າຍ, ຊາວປະມົງເດີນເຮືອຫາປາຢູ່ທະເລໄດ້ຮັບຂ່າວກ່ຽວກັບທິດເຄື່ອນຂອງພາຍຸ Molave ແລະ ພວມກັບເຂົ້າທຽບທ່າ, ຫຼີກລ້ຽງພາຍຸໂດຍໄວ.

ຕອນບ່າຍວັນທີ 26 ຕຸລາ, ທ່ານ ໂຮ່ກ໊ວກຢຸງ, ເລຂາທິການຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນເພື່ອຜັນຂະຫຍາຍວຽກງານຮັບມືກັບພາຍຸ Molave. ປັດຈຸບັນ ບັນດາກ່ຳປັ່ນຫາປາໃນທະເລຂອງບິ່ງດິ່ງພວມເຂົ້າທຽບທ່າເພື່ອຫຼີກລ້ຽງພາຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ