ບັ້ນຮົບດ້ານງົບປະມານອາເມລິກາ ບໍ່ທັນໄດ້ຮັບການແກ້ໄຂ

ບັ້ນຮົບດ້ານງົບປະມານອາເມລິກາ ບໍ່ທັນໄດ້ຮັບການແກ້ໄຂ  - ảnh 1
(ພາບປະກອບ)

(vovworld) – ຄວາມ​ເຄັ່ງ​ຕຶງ​ຢູ່​ອາ​ເມ​ລິ​ກາ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ງົບປະມານ​ຂອງ​ລັດຖະບານ ​ແລະ ​ເພດານ​ໜີ້​ສິນສາທາລະນະ​ຍັງ​ບໍ່​ທັນ​ມີ​ສັນຍານໄດ້​ຮັບ​ການ​ແກ້​ໄຂ​ເທື່ອ, ​ເມື່ອ​ການ​ປະຊຸມ​ຄັ້ງ​ໃໝ່​ສຸດ​ລະຫວ່າງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ ​ໃນ​ວັນ​ທີ 13/10 ບໍ່​ໄດ້​ຮັບ​ຜົນ. ກ່າວ​ຄວາມ​ເຫັນ​ກ່ອນ​ທີ່​ສະພາ​ສູງ​ອັດ​ປະຕູ​​ເມື່ອ​ວັນ​ທີ 13/10, ສະມາຊິກ​ສະພາ​ສູງ​ພັກ​ປະຊາທິປະ​ໄຕ Harry Reid ​ໃຫ້​ຮູ້​ວ່າ ການ​ປະ​ຊຸມ​ເມື່ອ​ທ້າຍ​ອາທິດ​ຂອງ​ທ່ານ​ກັບ​ການ​ນຳ​ພັກສາ​ທາ​ລະນະ Mitch McConnell ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳນວນ​ໜຶ່ງ ​ແຕ່​ທັງ​ສອງ​ຝ່າຍ​ຍັງ​ບໍ່​ທັນ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ເທື່ອ. ວັນ​ທີ 14/10, ສະພາ​ສູງ ​ແລະ ສະພາ​ຕຳ່​ມີ​ການ​ປຶກສາ​ຫາລື​ສະ​ເພາະ​ນຳ​ກັນ.

ຂ່າວ/ບົດ​ອື່ນ