ບໍ່ປະໃຫ້ໂຄວິດ-19 ແຜ່ລະບາດໃນວົງກວ້າງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາທ້ອງຖິ່ນສົມທົບກັບກະຊວງສາທາລະນະສຸກ, ສ້າງ “ປື້ດຄູ່ມື” ແນະນຳບັນດາທ້ອງຖິ່ນອື່ນໃນກໍລະນີກວດພົບບັນດາຜູ້ຕິດເຊື້ອໃໝ່

ບໍ່ປະໃຫ້ໂຄວິດ-19 ແຜ່ລະບາດໃນວົງກວ້າງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມ

(ພາບ: VGP)

ບໍ່ປະໃຫ້ໂລກລະບາດໂຄວິດ-19 ແຜ່ລະບາດໃນວົງກວ້າງ. ນີ້ແມ່ນຄຳສັ່ງຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 ທີ່ກອງປະຊຸມເຊິ່ງດຳເນີນໃນຕອນບ່າຍວັນທີ 09 ສິງຫາ, ຢູ່ຮ່າໂນ້ຍ. ຜ່ານສະພາບການຕົວຈິງຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ດ່ານັ້ງ, ກວາງນາມ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາທ້ອງຖິ່ນສົມທົບກັບກະຊວງສາທາລະນະສຸກ, ສ້າງ “ປື້ດຄູ່ມື” ແນະນຳບັນດາທ້ອງຖິ່ນອື່ນໃນກໍລະນີກວດພົບບັນດາຜູ້ຕິດເຊື້ອໃໝ່ຢູ່ບັນດາໂຮງໝໍ, ນະຄອນອື່ນໆ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ບັນດາກະຊວງ, ຂະແໜງການຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ບໍ່ປະໃຫ້ແຜ່ລະບາດໃນວົງກວ້າງ.

        “ຍາມໃດພວກເຮົາກໍ່ຕ້ອງລະມັດລະວັງ. ປະຊາຊົນຕ້ອງຍົກສູງສະຕິປ້ອງກັນພະຍາດ. ຂ້າພະເຈົ້າຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຄະນະໂຄສະນາສຶກສາສູນກາງ ແລະ ບັນດາອົງການທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີວຽກງານເຜີຍແຜ່ໂຄສະນາ. ໜຶ່ງໃນບັນດາມາດຕະການເພີ່ມທະວີວຽກງານເຜີຍແຜ່ໂຄສະນາແມ່ນ ເມື່ອອອກຂ້າງນອກຕ້ອງໃຊ້ຜ້າອັດປາກ-ອັດດັງ, ລ້າງມືດ້ວຍສະບູ, ຈຳກັດການພົບປະສຳຜັດ… ກໍຄືພວກເຮົາຕ້ອງລາຍງານອາການສຸຂະພາບທາງເອເລກໂຕນິກ, ຕິດຕັ້ງໂປຼແກຼມ Bluezone ແລະ nCovy, ໂປຼແກຼມ Bluezone ແມ່ນໜຶ່ງໃນບັນດາມາດຕະການສົມທົບກັນໂດຍສັງລວມ, ປະຢັດເວລາ, ຄົ້ນຫາຜູ້ຕິດເຊື້ອໄດ້ຢ່າງໄວວາ ແລະ ມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ