ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດຂອງ Viettel ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ກອງ​ທັບ ລາວ ເປັນ​ທັນ​ສະ​ໄໝ

(VOVWORLD) -ບໍລິສັດ Star Telecom (Unitel) ເຊິ່ງເປັນບໍລິສັດຮ່ວມທຸລະກິດຂອງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຢູ່ປະເທດນີ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ກະຊວງປ້ອງກັນປະເທດ ລາວ ທີ່ມີມູນຄ່າ 3 ລ້ານ USD.
ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດຂອງ Viettel ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ກອງ​ທັບ ລາວ ເປັນ​ທັນ​ສະ​ໄໝ - ảnh 1ພິທີສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນ ລາວ ຄົບຮອບ 70 ປີ (ພາບ:TTXVN)

ວັນທີ 22 ກໍລະກົດ, ສື່ມວນຊົນ ລາວ ໄດ້ໃຫ້ຂ່າວວ່າ: ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງກອງທັບປະຊາຊົນ ລາວ, ຫວ່າງມໍ່ໆມານີ້, ບໍລິສັດ Star Telecom (Unitel) ເຊິ່ງເປັນບໍລິສັດຮ່ວມທຸລະກິດຂອງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຢູ່ປະເທດນີ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ກະຊວງປ້ອງກັນປະເທດ ລາວ ທີ່ມີມູນຄ່າ 3 ລ້ານ USD.

        ພິທີມອບ - ຮັບຈຳນວນເງິນດັ່ງກ່າວ ຖືກຈັດຂຶ້ນຢູ່ສຳນັກງານກະຊວງປ້ອງກັນປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ ລະຫວ່າງທ່ານ ລຶວແມ້ງຮ່າ - ຜູ້ອຳນວຍການໃຫຍ່ບໍລິສັດ Star Telecom (Unitel) ແລະ ທ່ານພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ກ່າວຄຳເຫັນພາຍຫຼັງເຂົ້າຮ່ວມພິທີ ແລະ ເປັນສັກຂີພິຍານ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ພົນເອກ ຈັນສະໝອນ ຈັນຍະລາດ ຢັ້ງຢືນວ່າ ຈຳນວນເງິນດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການຫັນກອງທັບ ລາວ ເປັນທັນສະໄໝ.


ຕອບກັບ

ຂ່າວ/ບົດ​ອື່ນ