ບໍ​ລິ​ຫານ​​ບັນ​ດາ​ນະ​ໂຍ​ບາຍ​ຄວບ​ຄຸມ​ເສດ​ຖະ​ກິດ​ມະ​ຫາ​ພາກ ຢ່າງ​ຄ່ອງ​ຕົວ​ມີ​ໄຫວ​ພິບ, ຕິດ​ແທດ​ສະ​ພາບ​ການ​ຕົວ​ຈິງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວມິງຄ໊າຍ ຊີ້ນຳຂະແໜງທະນາຄານວ່າ ຄວນບໍລິຫານບັນດານະໂຍບາຍຄວບຄຸມເສດຖະກິດມະຫາພາກຢ່າງຄ່ອງຕົວ, ມີໄຫວພິບ, ໃກ້ຊິດຕິດແທດກັບສະພາບການຕົວຈິງ. 
 ບໍ​ລິ​ຫານ​​ບັນ​ດາ​ນະ​ໂຍ​ບາຍ​ຄວບ​ຄຸມ​ເສດ​ຖະ​ກິດ​ມະ​ຫາ​ພາກ ຢ່າງ​ຄ່ອງ​ຕົວ​ມີ​ໄຫວ​ພິບ, ຕິດ​ແທດ​ສະ​ພາບ​ການ​ຕົວ​ຈິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວມິງຄ໊າຍ ກ່າວຄຳເຫັນຊີ້ນຳ (ພາບ: VOV)

ດ້ວຍລະບົບຊີ້ນຳ ແລະ ມາດຕະການຄົບຊຸດຂອງທະນາຄານແຫ່ງລັດ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ສິນເຊື່ອທົ່ວພື້ນຖານເສດຖະກິດໄດ້ເພີ່ມຂຶ້ນນັບແຕ່ຕົ້ນປີ ແລະ ສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໄລ່ຮອດວັນທີ 24 ທັນວາ 2021, ສິນເຊື່ອສຳລັບພື້ນຖານເສດຖະກິດໄດ້ເພີ່ມຂຶ້ນ 12,97% ເມື່ອທຽບໃສ່ທ້າຍປີ 2020. ຍອດເຫຼືອໜີ້ສຳລັບ 23 ໂຄງການສິນເຊື່ອນະໂຍບາຍຂອງທະນາຄານນະໂຍບາຍສັງຄົມຮອດທ້າຍເດືອນພະຈິກ ບັນລຸກວ່າ 245.000 ຕື້ດົ່ງ, ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ປີ 2020. ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ຂະແໜງທະນາຄານປີ 2022, ເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ດ່າວມິງຕູ໊ ໃຫ້ຮູ້ວ່າ:

        “ໂດຍອີງໃສ່ໝາກຜົນຂອງປີ 2021, ປີ 2022 ພວກຂ້າພະເຈົ້າຈະສືບຕໍ່ບໍລິຫານນະໂຍບາຍໃຫ້ຄ່ອງຕົວ, ມີໄຫວພິບ, ສ້າງເງື່ອນໄຂສະດວກຢ່າງສຸດຂີດໃຫ້ວິສາຫະກິດ, ໜູນຊ່ວຍການຊຳລະໃຫ້ແກ່ພື້ນຖານເສດຖະກິດ. ໃນການບໍລິຫານນະໂຍບາຍເງິນຕາ ພວກຂ້າພະເຈົ້າກໍຈະໃກ້ຊິດຕິດແທດກັບໂຄງການຟື້ນຟູເສດຖະກິດຂອງລັດຖະບານ, ຮັບປະກັນເປົ້າໝາຍຄວບຄຸມໄຟເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນຄຸນຄ່າເງິນຕາ, ອັດຕາແລກປ່ຽນເງິນຕາໃຫ້ເປັນປົກກະຕິ ກໍຄືຄຸ້ມຄອງຕະຫຼາດເງິນຕາຕ່າງປະເທດ, ຕະຫຼາດຄຳໃຫ້ເປັນຢ່າງດີ”.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວມິງຄ໊າຍ ຊີ້ນຳຂະແໜງທະນາຄານວ່າ ຄວນບໍລິຫານບັນດານະໂຍບາຍຄວບຄຸມເສດຖະກິດມະຫາພາກຢ່າງຄ່ອງຕົວ, ມີໄຫວພິບ, ໃກ້ຊິດຕິດແທດກັບສະພາບການຕົວຈິງ. ສູ້ຊົນສືບຕໍ່ຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ໜູນຊ່ວຍບັນດາຂົງເຂດບຸລິມະສິດ, ພັດທະນາສິນເຊື່ອບໍລິໂພກ ແລະ ຫຼຸດຜ່ອນການກູ້ຢືມການສິນເຊື່ອນອກລະບົບ.

ຕອບກັບ

ຂ່າວ/ບົດ​ອື່ນ