ປີ 2021, ຊາວ ຫວຽດນາມ 200.000 ຄົນຈະໄດ້ສັກວັກຊິນກັນພະຍາດໂຄວິດ-19

(VOVWORLD) - ຄາດວ່າ ໃນປີ 2021, ຫວຽດນາມ ຈະມີນັກຜະລິດວັກຊິນຢ່າງໜ້ອຍສຸດ 1 ແຫ່ງດຳເນີນການທົດລອງໄລຍະ 2, 3.
ປີ 2021, ຊາວ ຫວຽດນາມ 200.000 ຄົນຈະໄດ້ສັກວັກຊິນກັນພະຍາດໂຄວິດ-19  - ảnh 1ພາບປະກອບ: Formaspace.

  ປີ 2021, ຊາວ ຫວຽດນາມ 200.000 ຄົນຈະໄດ້ສັກຢາວັກຊິນກັນພະຍາດໂຄວິດ-19, ຍ້ອນວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 92 ປະເທດທີ່ເຂົ້າຮ່ວມໂຄງການ “ມາດຕະການສຳຜັດກັບວັກຊິນກັນໂຄວິດ-19 ທົ່ວໂລກ”. ໂຄງການດັ່ງກ່າວ ໄດ້ວາງຄາດໝາຍສະໜອງວັກຊິນ 2 ຕື້ ຊຸດ ໃຫ້ແກ່ປະຊາກອນປະມານ 20% ຂອງບັນດາປະເທດສະມາຊິກໃນທ້າຍປີ 2021.

ເຂົ້າຮ່ວມກອງປະຊຸມສຳມະນາແນະນຳວັກຊິນກັນພະຍາດໂຄວິດ-19 ໂດຍກະຊວງສາທາລະນະສຸກ ຫວຽດນາມ ແລະ ອົງການ Path, ສະຖານທູດ ອັງກິດ ປະຈຳ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 30 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ ໃຫ້ຄຳໝັ້ນສັນຍາໜູນຊ່ວຍບ້ວງເງິນ 50 ລ້ານປອນ ໃຫ້ບັນດາປະເທດ ອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19. ບັນດານັກຊ່ຽວຊານໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ໂລກພວມທົດລອງວັກຊິນກັນພະຍາດໂຄວິດ-19 ປະມານ 38 ຊະນິດ, ໃນນັ້ນ ມີ 9 ຊະນິດພວມທົດລອງໄລຍະ 3.

ຄາດວ່າ ໃນປີ 2021, ຫວຽດນາມ ຈະມີນັກຜະລິດວັກຊິນຢ່າງໜ້ອຍສຸດ 1 ແຫ່ງດຳເນີນການທົດລອງໄລຍະ 2, 3.

ໃນທົ່ວໂລກ, ທ້າຍປີ 2020 ຈະມີວັກຊິນກັນພະຍາດໂຄວິດ-19 ປະມານ 1 ຕື້ຊຸດ ໄດ້ຮັບໃບອະນຸຍາດ ແລະ ຮອດທ້າຍປີ 2021 ຈະແມ່ນ 7,4 ຕື້ຊຸດ.

ຕອບກັບ

ຂ່າວ/ບົດ​ອື່ນ