ປີ2015ເປັນຄັ້ງທຳອິດປະກາດບົດລາຍງານແຫ່ງຊາດກ່ຽວກັບຊາວຫນຸ່ມຫວຽດນາມ

ປີ2015ເປັນຄັ້ງທຳອິດປະກາດບົດລາຍງານແຫ່ງຊາດກ່ຽວກັບຊາວຫນຸ່ມຫວຽດນາມ - ảnh 1
ພາບ​ປະ​ກອບ:vov

(vovworld)-​ ​ວັນ​ທີ 1/12, ຢູ່​ນະ​ຄອນ ຮ້າ​ລອງ ແຂວງ ກວ໋າງ​ນີງ,  ກະ​ຊວງ​ພາຍ​ໃນ ແລະ ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ ໄດ້​ສົມ​ທົບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ໃສ່​ຮ່າງ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫນຸ່ມ ຫວຽດ​ນາມ. ທ່ານ ຫວູ​ດັງ​ມີງ, ຫົວ​ຫນ້າ​ກົມ​ວຽກ​ງານ​ຊາວ​ຫນຸ່ມ ໃຫ້​ຮູ້​ວ່າ: ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫນຸ່ມ ຫວຽດ​ນາມ ຄັ້ງ​ທຳ​ອິດ ດ້ວຍ​ຈຸດ​ໝາຍ​ຕີ​ລາ​ຄາ​ສະ​ພາບ​ຄວາມ​ຈິງ​ການ​ສຶກ​ສາ, ວຽ​ກ​ເຮັດ​ງານ​ທຳ, ສາ​ທາ​ລະ​ນະ​ສຸກ ຂອງ​ຊາວ​ຫນຸ່ມ ແລະ ສຳ​ຫລວດກວດ​ກາ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ເພື່ອ​ຍົກ​ອອກ​ຂໍ້​ສະ​ເຫນີ​ໃຫ້​ແກ່​ວຽກ​ງານ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ. ທ່ານ​ນາງ Ritsu Nacken, ຮອງ​ຫົວ​ຫນ້າຫ້ອງ​ການ​ຜູ້​ຕາງ​ຫນ້າກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ (UNFPA) ຕີ​ລາ​ຄາ​ວ່າ: ຫວຽດ​ນາມ ພວມ​ໃນ​ໄລ​ຍະ​ຈຳ​ນວນ​ພົນ​ລະ​ເມືອງ​ຫນຸ່ມກວມ​ເອົາ​ສ່ວນ​ຫລາຍ ດ້ວຍ​ອັດ​ຕາ​ສ່ວນ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ​ຫລາຍກວ່າ​ໝູ່​ໃນ​ປະ​ຫວັດ​ສາດ, ຜູ້​ມີ​ອາ​ຍຸ 10-24 ກວມ​ອັດ​ຕາ​ສ່ວນ ເກືອບ 40% ຈຳ​ນວນ​ພົນ​ລະ​ເມືອງ ແລະ ຄາດ​ວ່າ ໄລ​ຍະ​ນີ້​ຈະ​ແກ່​ຍາວ​ຮອດ​ປີ 2040. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ດີ​ເພື່ອ​ໃຫ້​ຫວຽດ​ນາມ ສາ​ມາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ ດ້ວຍ​ການ​ຍູ້​ແຮງ​ບົດ​ບາດ​ຂອງ​ກຳ​ລັງ​ຊາວ​ຫນຸ່ມ.
ຂ່າວ/ບົດ​ອື່ນ