(vovworld) - ວັນທີ 22/04, ຢູ່ຮ່າໂນ້ຍ, ກົມອະນຸລັກຮັກສາຊີວະນາໆພັນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບການ “ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນສັດປ່າຢ່າງໝັ້ນຄົງ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ບຸ່ຍແກ໋ກຕ໋ວຽນ ໃຫ້ຮູ້ວ່າ: ການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນສັດປ່າໃນຜືນແຜ່ນດິນຂອງປະເທດໜຶ່ງ ບໍ່ພຽງແຕ່ອີ່ງໃສ່ນະໂຍບາຍຂອງປະເທດນັ້ນເທົ່ານັ້ນ, ຫາກຍັງຖືກງອບງຳດ້ວຍບັນດາຂໍ້ກຳນົດສາກົນ ກໍ່ຄືຜົນສະທ້ອນຂອງປະເທດອື່ນໆອີກດ້ວຍ. ສະນັ້ນ, ການອະນຸລັກຮັກສາຊີວະນາໆພັນເວົ້າລວມ ແລະ ປົກປັກຮັກສາສັດປ່າປະເພດຕ່າງໆເວົ້າສະເພາະ ຕ້ອງການມີການຮ່ວມມືສາກົນ ກໍ່ຄືຄວາມມານະພະຍາຍາມລະດັບຊາດ. ທີ່ການໂອ້ລົມສົນທະນາ, ຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຄື: ຮູບແບບໃດທີ່ເໝາະສົມໃນເງື່ອນໄຂຂອງຫວຽດນາມ; ຫວຽດນາມ ສາມາດນຳໃຊ້ສິ່ງໃດຈາກບັນດາຮູບແບບຄຸ້ມຄອງສັດປ່າຂອງປະເທດອື່ນ; ຫວຽດນາມ ຄວນຫ້າມບໍ່ວ່າຮູບແບບໃດໃນການລ້ຽງ ແລະ ການຄ້າຂາຍສັດທີຮັບບຸລິມະສິດປົກປັກຮັກສາຫຼືບໍ່.