ປຸກລະດົມ​ປີ​ສີສັນ​ ອາຊຽນ 2020

(VOVWORLD) - ປີສີສັນ ອາຊຽນ 2020 ແລະ ມອບລາງວັນແຂ່ງຂັນກັນແບບ ໂລໂກ ສໍາລັບ ຊາວໜຸ່ມ ອາຊຽນ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ ຢູ່ ອິນໂດເນເຊຍ. 
ປຸກລະດົມ​ປີ​ສີສັນ​ ອາຊຽນ 2020 - ảnh 1ທ່ານ Kung Phoak ຮອງເລຂາທິການໃຫຍ່, ຜູ້ຮັບຜິດຊອບປະຊາຄົມວັດທະນະທໍາ  - ສັງຄົມ ອາຊຽນ  ກ່າວຄໍາເຫັນທີ່ພິທີ (ພາບ: TTXVN)

       ເຫດການດັ່ງກ່າວ ແມ່ນເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນ, ພິເສດແມ່ນໄວໜຸ່ມ ກ່ຽວກັບ ອາຊຽນ, ກໍຄືບັນດາການເຄື່ອນໄຫວ ແລະ ຂະບວນວິວັດແຫ່ງການພັດທະນາຂອງ ອາຊຽນ.

        ໃນປີສີສັນ ອາຊຽນ 2020, ບັນດາປະເທດສະມາຊິກ ຈະຈັດຕັ້ງການເຄື່ອນໄຫວຕ່າງໆໃນຫຼາຍຂົງເຂດຄື ວັດທະນະທໍາ, ສິລະປະ ແລະ ປະເພນີ. ພິເສດ, ອາຊຽນ ໄດ້ວາງເປົ້າໝາຍເປີດກວ້າງຂອບເຂດການສື່ສານສັງຄົມ ແລະ ບັນດາລາຍການສຶກສາຢູ່ກັບທີ່ ໃນມະຫາວິທະຍາໄລແຫ່ງຕ່າງໆໃນໄລຍະ 5 ປີ ຕໍ່ໄປ.

        ນະທີ່ນີ້, ຄະນະເລຂາ ອາຊຽນ ໄດ້ມອບລາງວັນແຂ່ງຂັນກັນອອກແບບ ໂລໂກ ອາຊຽນ. ລາງວັນທີໜຶ່ງໄດ້ແກ່ທ່ານ Joemari Maguiat ມາຈາກ ຟີລິບປິນ.

ເຮືອງຈ່າ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອິນໂດເນເຊຍ


 

ຕອບກັບ

ຂ່າວ/ບົດ​ອື່ນ