(vovworld)- ຕອນຄຳ່ວັນທີ 8/11, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປຸກລະດົມວັນກົດໝາຍ ຫວຽດນາມຄືວັນທີ 9/11 ເພື່ອເຊີດຊູລັດຖະທຳມະນູນ ແລະ ກົດໝາຍ, ສຶກສາອົບຮົມສະຕິເຄົາລົບກົດໝາຍຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນ.

ກະຊວງຕຳຫລວດຫວຽດນາມ ໄດ້ປຸກລະດົມວັນກົດໝາຍຫວຽດນາມ
photo:internet
|
ຕອນບ່າຍວັນດຽວກັນ, ກະຊວງຕຳຫລວດຫວຽດນາມ ໄດ້ປຸກລະດົມວັນກົດໝາຍຫວຽດນາມ ໃນກຳລັງປ້ອງກັນຄວາມສະຫງົບ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈີນດາຍກວາງ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເນັ້ນຫນັກວ່າ:
“ກຳລັງຕຳຫລວດປະຊາຊົນຕ້ອງກຳນົດວຽກງານເຜີຍແຜ່, ສືກສາອົບຮົມກົດໝາຍກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນ. ຕັ້ງຫນ້າ, ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ສ້າງບັນດາຂໍ້ກຳນົດ ສົມທົບກັນໃນການເຜີຍແຜ່, ສຶກສາອົບຮົມກົດໝາຍ, ສືບຕໍ່ປ່ຽນໃຫມ່, ຮັບປະກັນໃຫ້ລັດຖະທຳມະນູນ, ກົດໝາຍ ໄດ້ຮັບການຮັບຮູ້ຢ່າງຄົບຖ້ວນ ແລະ ເຂົ້າສູ່ຊີວິດຕົວຈິງ.”