ປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍ ເຂດຊາຍແດນຫວຽດນາມ-ລາວ

ປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍ ເຂດຊາຍແດນຫວຽດນາມ-ລາວ - ảnh 1

ກຳລັງ​ປະກອບ​ອາວຸດ​ຫວຽດນາມ-​ລາວ
ສົມທົບ​ກັນ ປົກ​ປັກ​ຮັກສາ​ຫຼັກ​ໝາຍ​ຊາ​ຍ​ແດນ

(ພາບ:baogialai.vn)

( vovworld ) ​​ແຂວງ​ເງະ​ອານ ຂອງ​ຫວຽດນາມ ​ພວມສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ປະຕິບັດ​ແຜນ​ນະ​ໂຍບາຍປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກໝາຍ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ ເປັນ​ຢ່າງ​ດີ. ຮອດ​ກາງ​ເດືອນ 3/2012, ​ແຂວງ​ເງະ​ອານ ​ໄດ້​ສຳ​ຫຼວດ​ເສົາ​ຫຼັກ​ໝາຍ 94 ​ເສົາ ​ໃນ​ຈຳນຈວນ 115 ​ເສົາ ​ແລະ ຕິດຕາມ​ກວດກາ​ການ​ກໍ່ສ້າງສຳ​ເລັດເສົາ​ຫຼັກ​ໝາຍ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ 73 ​ໃນ​ຈຳນຈວນ 115 ​ເສົາ. ​ແຂວງ​ເງະ​ອານ ​ໄດ້​ກຳນົດ​ວຽກ​ງານປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກໝາຍ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ ​ແມ່ນ​ວຽກ​ງານ​ທີ່​ສຳຄັນ, ສະນັ້ນ, ນອກຈາກ​ການ​ສ້າງຕັ້ງບັນດາ​ໜ່ວຍ​ປັກ​ຫຼັກ​ໝາຍ​ແລ້ວ, ທາງ​ແຂວງ​ຍັງ​ເພີ່ມ​ທະວີ​ການ​ເຜີຍ​ແຜ່, ​ໂຄສະນາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ລັດຖະບານ​ສອງ​ປະ​ເທດ ​ກ່ຽວ​ກັບ​ວຽກງານປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກໝາຍ​ເຂດ​ຊາຍ​ແດນ​​ແຫ່ງ​ຊາດ, ຂໍ້​ກຳນົດ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ….. ​ໃຫ້​ແກ່​ໝູ່​ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆ​ທີ່ຕິດ​ກັບ​ເຂດ​ຊາຍ​ແດນ. ນອກຈາກ​ນັ້ນ​ແລ້ວ, ຄະນະ​ຊີ້​ນຳ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ແຂວງ ​ເງະ​ອານ ກໍ​ສົມທົບ​ກັບ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຢູ່​ປະ​ເທດ​ລາວ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ທີ່​ມີ​ເສັ້ນຊາຍ​ແດນ​ຮ່ວມ​ໃນ​ການ​ສຳ​ຫຼວດ, ຮັບປະກັນຄວາມ​ປອດ​ໄພ​ໃຫ້​ຄະນະ​ປະຕິບັດ​ວຽກ​ງານ​ປັກ​ຫຼັກ​ໝາຍ ​ແລະ ປະຕິບັດ​ວຽກ​ງານ​ອື່ນໆ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກໝາຍ​ເຂດ​ຊາຍ​ແດນ​.

 

ຂ່າວ/ບົດ​ອື່ນ