ປິດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 47 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14

(VOVWORLD) -ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການຂອງສະພາແຫ່ງຊາດຕ້ອງສົມທົບກັບບັນດາອົງການຂອງລັດຖະບານ, ບັນດາອົງການກ່ຽວຂ້ອງ ສືບຕໍ່ປະກອບເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃຫ້ສົມບູນແບບ.
ປິດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 47 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນສະຫຼຸບກອງປະຊຸມ (ພາບ: cand.com.vn)

        ຕອນບ່າຍວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປິດກອງປະຊຸມສະໄໝສາມັນເທື່ອທີ 47 ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ. ກ່າວຄຳເຫັນປິດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການຂອງສະພາແຫ່ງຊາດຕ້ອງສົມທົບກັບບັນດາອົງການຂອງລັດຖະບານ, ບັນດາອົງການກ່ຽວຂ້ອງ ສືບຕໍ່ປະກອບເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃຫ້ສົມບູນແບບ. ເນື້ອໃນໃດທີ່ມີເງື່ອນໄຂຄົບຖ້ວນຈະໄດ້ກະກຽມເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ເນື້ອໃນໃດທີ່ຍັງບໍ່ສົມບູນແບບນັ້ນ ແມ່ນຕ້ອງພະຍາຍາມຊຸກຍູ້, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ກໍ່ຜົນສະທ້ອນຕໍ່ຄວາມຄືບໜ້າຂອງວຽກງານ./.

ຕອບກັບ

ຂ່າວ/ບົດ​ອື່ນ