ປິດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ

ປິດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຄັ້ງ​ທີ 16
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 3/11, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຄັ້ງ​ທີ 16, ອາຍຸ​ການ 2015-2020 ​ໄດ້​ປະຊຸມ​ວາລະ​ປິດ ​ແລະ ສະ​ເໜີ​ຕົວ​ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ນະຄອນ​ຊຸດ​ທີ  16, ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ ​ແລະ ຄະນະ​ຜູ້​ແທນ​ອົງຄະ​ນະ​ພັກ​ນະຄອນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ເຂົ້າ​ຮ່ວມ.

ກ່ອນ​ໜ້າ​ນັ້ນ, ທີ່​ວາລະ​ປະຊຸມ​ທຳ​ອິດ, ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຊຸດ​ທີ 16 ​ໄດ້​ເລືອກ​ຕັ້ງ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນລວມມີ 16 ທ່ານ. ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່ ກໍ່​ໄດ້​ເລືອກ​ຕັ້ງ​ຮອງ​ເລຂາ​ຄະນະ​ພັກ​ນະຄອນ 4 ທ່ານ, ລວມມີທ່ານ​ນາງ ​ໂງ​ທິ​ແທງ​ຮັ່ງ, ທ່ານ​ນາງ ຫງວຽນ​ທິບິ​ກງອກ, ທ່ານ​ ຫງວຽນ​ດຶກ​ຈູງ ​ແລະ ທ່ານ ດ່າວດຶກ​ຕ່ວານ. ທ່ານ​ນາງ ​ໂງ​ທິ​ແທງ​ຮັ່ງ ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ຮອງ​ເລຂາ​ປະຈຳ​ຄະນະ​ພັກນະຄອນ. ກອງ​ປະຊຸມ​ກໍ່​ເລືອກ​ຕັ້ງ​ຄະນະ​ກຳມະການ​ກວດກາ​ຄະນະ​ພັກ​ນະຄອນ, ລວມມີ 14 ທ່ານ. ທ່ານ ​ເຈິ່ນກວາງ​ແກງ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ຄະນະ​ພັກນະຄອນ, ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຄະນະ​ກຳມະການ​ກວດກາ​ຄະນະ​ພັກ​ນະຄອນ. ທ່ານ ຟ້າ​ມກວາງ​ງິ, ກຳມະການ​ກົມ​ການ​ເມືອງ, ​ໄດ້​ຮັບ​​ແຕ່ງ​ຕັ້ງ​ຈາກ​ກົມ​ການ​ເມືອງ​ໃຫ້​ເປັນ​ຜູ້​ຊີ້​ນຳ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ນັບ​ແຕ່​ນີ້​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ພັກ​ກອມ​ມູນິດ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ