ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ຫັນ​ເປັນ​ດີ​ຈີ​ຕອນ ເພື່​ອຮ່ວມ​ເດີນ​ທາງ​ກັບ​ທົ່ວ​ໂລກ

(VOVWORLD) -ວັນທີ 27 ຕຸລາ, ເຄືອຂ່າຍປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກ ໄດ້ຈັດກອງປະຊຸມສຳມະນາ ແບບທາງໄກ Webinar ດ້ວຍຫົວຂໍ້ວ່າ “ຫັນຮູບແບບນະໂຍບາຍ ແລະ ການດຳເນີນທຸລະກິດ ເປັນດີຈີຕອນ”.
ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ຫັນ​ເປັນ​ດີ​ຈີ​ຕອນ ເພື່​ອຮ່ວມ​ເດີນ​ທາງ​ກັບ​ທົ່ວ​ໂລກ - ảnh 1ກອງປະຊຸມສຳມະນາ ແບບທາງໄກ  “ຫັນຮູບແບບນະໂຍບາຍ ແລະ ການດຳເນີນທຸລະກິດ ເປັນດີຈີຕອນ” (ພາບ: VOV5)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຫ໋າຍມິງ, ຮອງປະທານຜູ້ປະຈຳການສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ, ໂລກພວມຫັນປ່ຽນຢ່າງແຮງ ດ້ວຍການພັດທະນາຢ່າງກະໂດດຂັ້ນຂອງ ວິທະຍາສາດ - ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່, ປະດິດຄິດສ້າງ ແມ່ນ ທ່າອ່ຽງທີ່ຈຳເປັນ ສຳລັບທຸກໆປະເທດ ແລະ ພື້ນຖານເສດຖະກິດໃນໂລກ.

ແລະກໍ່ຕາມທ່ານ ຫງວຽນຫ໋າຍມິງແລ້ວ, ເພື່ອຍາດແຍ່ງກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍ ຈາກວິກິດການຫັນເປັນດີຈີຕອນ, ເພື່ອມຸ່ງໄປເຖິງເປົ້າໝາຍ ປີ 2045 ຫວຽດນາມ ຈະກາຍເປັນປະເທດ ພັດທະນາທີ່ມີລາຍຮັບສູງນັ້ນ, ຂັ້ນຕອນບຸກທະລຸທຳອິດ ຕ້ອງຄິດໄລ່ເຖິງນັ້ນແມ່ນ ການບຳລຸງ -ກໍ່ສ້າງ, ນຳໃຊ້ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ. ເປົ້າໝາຍປັນຍາຊົນໜຸ່ມ, ນັກວິທະຍາສາດ… ເຂົ້າຮ່ວມການປະກອບ, ສະເໜີແນະ ແລະ ໜູນຊ່ວຍລັດຖະບານ ສ້າງນະໂຍບາຍ, ສ້າງພື້ນຖານເພື່ອຊຸກຍູ້ ລະບົບຊີວະພາບໃນການຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ