ປັນຍາປະດິດແມ່ນທ່າອ່ຽງເຕັກໂນໂລຊີໃນອະນາຄົດ

(VOVWORLD) -ເຫດການ Vietnam Frontier Summit 2019-VFS (ເວທີປາໄສຂັ້ນສູງກ່ຽວກັບເຕັກໂນໂລຊີ ຫວຽດນາມ 2019) ໂດຍ ບໍລິສັດ RubikAI, Nexus Frontier ແລະ ຊ່ອງ VTV 24 ສົມທົບກັນຈັດຕັ້ງໃນວັນທີ 6 ຕຸລາ ຢູ່ ຮ່າໂນ້ຍ. 

ນີ້ແມ່ນເວທີປາໄສສະຫງວນໃຫ້ສ່ວນບຸກຄົນ ແລະ ບັນດາ Startupໃນຂົງເຂດປັນຍາປະດິດ ດ້ວຍຈຸດປະສົງເຊື່ອມຕໍ່ປະຊາຄົມເຕັກໂນໂລຊີ ຫວຽດນາມ ກັບໂລກ, ຊຸກຍູ້ການພັດທະນາຂອງປັນຍາປະດິດຢູ່ຫວຽດນາມ, ພາກພື້ນ. ເຫດການນີ້ໄດ້ດຶງດູດນັກບັນລະຍາຍກວ່າ 40 ຄົນມາຈາກ 5 ປະເທດ ເພື່ອແລກປ່ຽນບັນຫາວິຊາສະເພາະ, ແນະນຳຜະລິດຕະພັນເຕັກໂນໂລຊີໃຫມ່, ໂຄງການ ພວມຊອກຫາຄູ່ຮ່ວມມື ໃນຂົງເຂດເຕັກໂນໂລຊີປັນຍາປະດິດ.  ທີ່ເຫດການນີ້ ມີນັກຊ່ຽວຊານເຕັກໂນໂລຊີຫລາຍທ່ານຢືນຢັນວ່າ: ຄວາມສາມາດບົ່ມຊ້ອນຂອງຕະຫລາດປັນຍາປະດິດຫວຽດນາມ ແມ່ນໃຫຍ່ຫລວງ ແລະ ບັນດາບໍລິສັດ Startup ຫວຽດນາມ ຄວນໄດ້ຮັບຄວາມເອົາໃຈໃສ່, ລົງທຶນ, ຫນູນຊ່ວຍຈາກລັດຖະບານ, ບັນດານັກລົງທຶນ, ແຫລ່ງກຳລັງຈາກສັງຄົມເພື່ອສຸມໃສ່ຄົ້ນຄ້ວາ, ພັດທະນາບັນດາຜະລິດຕະພັນຈາກ ປັນຍາປະດິດທີ່ມີຄຸນຄ່າສຳລັບປະຊາຄົມ ແລະ ສາມາດຊຸກຍູ້ການພັດທະນາຂອງສັງຄົມ. ເຫດການ Vietnam Frontier Summit ໄດ້ດຶງດູດຜູ້ເຂົ້າຊົມ.ປະມານ 2000 ເທື່ອຄົນ

ຕອບກັບ

ຂ່າວ/ບົດ​ອື່ນ