ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົ​ວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

(VOVWORLD) -ຕອນເຊົ້າວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ດ້ວຍພິທີສູງສຸດສຳລັບປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ດຳເນີນການພົບປະສົນທະນາ.
ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົ​ວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ - ảnh 1ການພົບປະສົນທະນາລະຫວ່າງສອງຝ່າຍ

ທີ່ການພົບປະສົນທະນາ, ການນຳສອງທ່ານໄດ້ຢັ້ງຢືນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງລັດ ນັ້ນແມ່ນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົ​ວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ງານພົບປະ

ສອງຝ່າຍເຫັນດີສຸມໃສ່ຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍກໍເຫັນດີຍູ້ແຮງເສົາຄ້ຳການຮ່ວມມືທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອສົມທົບກັນຮັບມືກັບສິ່ງທ້າທາຍໃໝ່; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ, ໂດຍສະເພາະແມ່ນການສະກັດກັ້ນ, ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກອນຢາເສບຕິດ, ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ, ການນຳເຂົ້າ - ສົ່ງອອກທີ່ຜິດກົດໝາຍ. ສອງຝ່າຍເຫັນດີເປັນເອກະພາບ ຈະມານະພະຍາຍາມຍົກລະດັບການຮ່ວມມືດ້ານເສດຖະກິດ; ໜູນຊ່ວຍການຟື້ນຟູຫຼັງໂລກລະບາດໂຄວິດ - 19; ຍົກສະດັບດ່ານຊາຍແດນສາກົນ ແລະ ທາງຄົມມະນາຄົມເຊື່ອມຕໍ່ລະຫວ່າງສອງປະເທດ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ພະລັງງານ, ກະສິກຳສະອາດ, ວິທະຍາສາດ, ເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທຳ…

ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົ​ວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ - ảnh 3ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ທີ່ງານພົບປະສົນທະນາ

        ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍໄດ້ປະກາດຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ລວມມູນຄ່າ 1 ລ້ານ USD.

        ພາຍຫຼັງການພົບປະສົນທະນາ, ການນຳສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 2 ສະບັບ ໃນຂົງເຂດເຕັກໂນໂລຢີ ແລະ ນະວັດຕະກຳ, ການສຶກສາ ແລະ ກໍ່ສ້າງ.

ຫວູຢຸງ

 

ຕອບກັບ

ຂ່າວ/ບົດ​ອື່ນ