ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດໃຫ້ເໝາະສົມກັບສະພາບການຕົວຈິງ
ປະທານສະພາແຫ່ງຊາດກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 24
(ພາບ: Nhan Sáng/TTXVN)
(vovworld) – ຕອນເຊົ້າວັນທີ 14/1, ຄະນະປະຈຳສະພາແຫ່ງຊາດໄດ້ໂຮມປະຊຸມ ແລະ ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ) ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອປະກອບຄຳເຫັນເປັນຄັ້ງທຳອິດທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 13. ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ໄດ້ຮັບການປັບປຸງໂດຍພື້ນຖານ, ຮອບດ້ານກົດໝາຍທີ່ພວມປະກາດໃຊ້ໃນປະຈຸບັນ, ລວມມີ 6 ພາກ ດ້ວຍ 140 ມາດຕາ. ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີເຫັນພ້ອມກັບຄວາມຈຳເປັນຕ້ອງປັບປຸງກົດໝາຍສະບັບນີ້ ເພື່ອແນໃສ່ຫັນບັນດາເອກະສານຂອງພັກເປັນລະບອບກົດໝາຍ, ຫັນເປັນລະອຽດບັນດາຂໍ້ກຳນົດໃໝ່ຂອງລັດຖະທຳມະນູນ, ພ້ອມທັງສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການຈັດຕັ້ງເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ເໝາະສົມກັບສະພາບຕົວຈິງ. ຄຽງຄູ່ກັນນັ້ນ, ຄະນະຮຽບຮຽງກໍ່ສະເໜີເພີ່ມອັດຕາສະມາຊິກສະພາແຫ່ງຊາດສະເພາະກິດຂຶ້ນ ຢ່າງໜ້ອຍສຸດແມ່ນ 35% ເພື່ອຍົກສູງຄວາມຮັບຜິດຊອບກໍ່ຄືປະສິດທິຜົນການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດກ່ວາອີກ.
ໃນວາລະປະຊຸມເມື່ອຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ແລະ ປຶກສາຫາລືລາຍການເຄື່ອນໄຫວພົວພັນຕ່າງປະເທດປີ 2014 ຂອງບັນດາອົງການໃນສະພາແຫ່ງຊາດ.