ປີປະທານ ອາຊຽນ 2020: ລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືກ່ຽວກັບເຊື້ອພະຍາດ COVID-19

(VOVWORLD) -ຕອນເຊົ້າວັນທີ 20 ກຸມພາ, ກອງປະຊຸມພິເສດຂອງສະພາປະສານງານ ອາຊຽນໄດ້ດຳເນີນຢູ່ ນະຄອນຫຼວງ ວຽງຈັນ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດສະມາຊິກ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ປີປະທານ ອາຊຽນ 2020: ລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືກ່ຽວກັບເຊື້ອພະຍາດ COVID-19 - ảnh 1 ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກ່າວຄຳປາໄສຢູ່ກອງປະຊຸມໃນຕຳແໜ່ງເປັນປະທານສະພາປະສານງານ ອາຊຽນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າກອງປະຊຸມຄັ້ງແມ່ນນີ້ແນໃສ່ປະສານງານຄວາມມານະພະຍາຍາມ ແລະ ແລກປ່ຽນ ບັນດາມາດຕະການຮ່ວມມືຂອງ ອາຊຽນກ່ຽວກັບການຮັບມືກັບເຊື້ອພະຍາດອັກເສບປອດ Covid-19. ກອງປະຊຸມກໍ່ແມ່ນເພື່ອຜັນຂະຫຍາຍຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການຮັບມືລວມຂອງ ອາຊຽນ ຕໍ່ການລະບາດຂອງ ເຊື້ອພະຍາດ COVID-19. ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືແນໃສ່ສະກັດກັ້ນເຊື້ອພະຍາດໃຫ້ຫຼາຍກ່ວາອີກ.

ພາຍຫຼັງສິ້ນສຸດກອງປະຊຸມພິເສດຂອງສະພາປະສານງານ ອາຊຽນ ໃນຕອນທ່ຽງວັນທີ 20 ກຸມພາ, ລັດຖະມົນຕີກະຊວງການຕ່າງປະເທດ 10 ປະເທດສະມາຊິກຂອງ ອາຊຽນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ກໍ່ໄດ້ເຂົ້າຮ່ວມກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ກ່ຽວກັບການຮ່ວມມືຮັບມືເຊື້ອພະຍາດ COVID-19.

ຕອບກັບ

ຂ່າວ/ບົດ​ອື່ນ