ປີປະທານອາຊຽນ 2020: ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດພາຍໃນກຸ່ມອາຊຽນ

(VOVWORLD) -ກອງປະຊຸມສຳມະນາຫົວເລື່ອງສະເພາະຂັ້ນສູງທີ່ວ່າ “ຊຸກຍູ້ການຄ້າ ແລະ ການລົງທຶນພາຍໃນກຸ່ມ ເພື່ອອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ປີປະທານອາຊຽນ 2020: ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດພາຍໃນກຸ່ມອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ຄະນະເລຂາອາຊຽນ ແຫ່ງຊາດ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ພ້ອມກັບສະຖາບັນຄົ້ນຄວ້າອາຊຽນ ແລະ ອາຊີຕາເວັນອອກ (ERIA) ຈັດກອງປະຊຸມສຳມະນາຫົວເລື່ອງສະເພາະຂັ້ນສູງທີ່ວ່າ “ຊຸກຍູ້ການຄ້າ ແລະ ການລົງທຶນພາຍໃນກຸ່ມ ເພື່ອອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ກອງປະຊຸມໄດ້ສະແດງໃຫ້ເຫັນແງ່ມູມຫຼາຍດ້ານກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນໃນອາຊຽນ ແລະ ບັນດາຂໍ້ສະເໜີແນະດ້ານນະໂຍບາຍ; ສະພາບການຕົວຈິງໃນການຮ່ວມມືດ້ານການຄ້າ, ການລົງທຶນພາຍໃນກຸ່ມໃນປະຈຸບັນ, ບັນດານັກບັນລະຍາຍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງການຊຸກຍູ້ການຄ້າ - ການລົງທຶນພາຍໃນກຸ່ມອາຊຽນ; ສະເໜີບາງການກຳນົດທິດເພື່ອແນໃສ່ຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ກໍ່ຄືເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຫຼາຍໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນບັນດາການປ່ຽນແປງຢ່າງເລິກເຊິ່ງຈາກການປະຕິວັດອຸດສາຫະກຳຄັ້ງທີ 4.

          ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ຢືນຢັນວ່າ: ໂດຍແມ່ນປະທານອາຊຽນ 2020, ຫວຽດນາມ ໄດ້ວາງອອກບຸລິມະສິດສູງສຸດໃຫ້ແກ່ການຊຸກຍູ້ຄວາມສະໜິດຕິດພັນພາຍໃນກຸ່ມ; ປາດຖະໜາວ່າ ດ້ວຍການໜູນຊ່ວຍ ແລະ ການສະໜັບສະໜູນຂອງບັນດາປະເທດອາຊຽນ, ຄະນະເລຂາອາຊຽນ ແລະ ບັນດາຄູ່ຮ່ວມມືໃນປີ 2020 ນີ້, ບັນດາຄວາມມານະພະຍາຍາມຂອງຫວຽດນາມ ຈະປະກອບສ່ວນຊຸກຍູ້ບາດກ້າວຮ່ວມມືດ້ານເສດຖະກິດພາຍໃນກຸ່ມອາຊຽນ ໄດ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ