ປະກອບຄວາມຮູ້ກ່ຽວກັບອຳນາດອະທິປະໄຕເຂດທະເລ, ໝູ່ເກາະໃຫ້ແກ່ປະຊາຊົນ

(VOVWORLD) -ໃນຊຸມມື້ນີ້, ຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ ໄດ້ເພີ່ມທະວີວຽກງານໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບອຳນາດອະທິປະໄຕເຂດທະເລ, ໝູ່ເກາະໃຫ້ແກ່ປະຊາຊົນ.

ວັນທີ 03 ພຶດສະພາ, ຢູ່ເມືອງເກາະ ຝູກຸ໊ຍ, ແຂວງ ບິ່ງທ້ວນ, ມີພະນັກງານ, ນັກຮົບ, ເຈົ້າຂອງຮາກຖານດຳເນີນທຸລະກິດ, ເຈົ້າຂອງກ່ຳປັ່ນ ແລະ ຊາວປະມົງຢູ່ທ້ອງຖິ່ນກວ່າ 200 ຄົນ ໄດ້ຝຶກອົບຮົມຄວາມຮູ້ກ່ຽວກັບທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ ແລະ ການກຳນົດທິດພັດທະນາແບບຍືນຍົງຢູ່ບັນດາເມືອງເກາະຢູ່ຫວຽດນາມ; ແຜນນະໂຍບາຍ, ຢຸດໂທບາຍເພື່ອຮັບມືແກ້ໄຂການຂັດແຍ້ງອະທິປະໄຕທະເລ, ໝູ່ເກາະຢູ່ທະເລຕາເວັນອອກ ຂອງພັກ ແລະ ລັດຫວຽດນາມ. ທ່ານ ຫງວຽນວັນດັ໊ກ, ປະຊາຊົນຕາແສງ ງູ໊ຟຸ້ງ, ເມືອງເກາະ ຝູກຸ໊ຍ, ແບ່ງປັນວ່າ.

        “ໄດ້ຮັບຟັງຄູອະທິບາຍສະໜອງຂໍ້ມູນຂ່າວສານກ່ຽວກັບເຂດທະເລ, ໝູ່ເກາະ, ຂ້າພະເຈົ້າຮູ້ສຶກພາກພູມໃຈ. ມັນໄດ້ນຳມາເຊິ່ງຄວາມຮູ້ທີ່ມີປະໂຫຍດ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ ເພື່ອພ້ອມກັນປົກປັກຮັກສາເຂດທະເລ, ໝູ່ເກາະ, ມານະພະຍາຍາມສ້າງພື້ນຖານເພື່ອປົກປັກຮັກສາເຂດທະເລແຫ່ງບ້ານເກີດເມືອງນອນ.”

        ຕອນເຊົ້າວັນທີ 04 ພຶດສະພາ, ຢູ່ນະຄອນຮ່າຕຽນ, ແຂວງກຽນຢາງ ກໍໄດ້ຈັດພິທີອອກເດີນທາງ “ໄວໜຸ່ມກຽນຢາງ - ເພື່ອເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ