ປະກອບຄຳເຫັນໃສ່ຮ່າງບົດລາຍງານວຽກງານຂອງສະພາແຫ່ງຊາດແລະຄະນະປະຈຳສະພາແຫ່ງຊາດຊຸດທີ13

ປະກອບຄຳເຫັນໃສ່ຮ່າງບົດລາຍງານວຽກງານຂອງສະພາແຫ່ງຊາດແລະຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ ອວງ​ຈູ​ລິວ​, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ
(ພາບ​ປະ​ກອບ)


(vovworld) –​ ​ ​​​ຕອນ​ເຊົ້າ​ວັນ​ທີ 04/03, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ຮັບ​ເອ​ົາ​ຄຳ​ເຫັນ​ຂອງບັນ​ດາ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້ ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ສະ​ຫຼຸບ​ວຽກ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ ອວງ​ຈູ​ລິວ​, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ຂ​ອງ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານກອງ​ປະ​ຊຸມ.

      ພ້ອມ​ກັບ​ການ​ຮັບ​ຮ​ອງ​ເ​ອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ປະ​ກາດ​​ໃຊ້​ເອ​ກະ​ສານ​​ນິ​ຕິ​ກຳ​ຫຼາຍກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮ​ອດ​ປະ​ຈຸ​ບັນ ດ້ວຍ​ຄຸນ​ນະ​ພາບ​ນັບ​ມື້​ນັບໄດ້​ຮັບ​ການ​ຍົກ​ສູງຂຶ້ນ. ບັນ​ດ​າ​ກົດ​ໝາຍ, ປະ​ມວນ​ກົດ​ໝາຍສຳ​ຄັນ​ໄດ້​ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ການກໍ່​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​​ສັງ​ຄົມ​ນິ​ຍົມ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫຼາດ, ກົດ​ໝາຍ​ກ່ຽວ​ກັບ​ມະ​ນຸດ…​ສຳ​ເລັດ​ໂດຍ​ພື້ນ​ຖານ. ການ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ສູງ​ສຸດ, ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ກໍ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ສຳ​ຄັນ. ທ່ານ ບຸ່ຍ​ແມ້ງ​ຮຸ່ງ, ຮອງ​ຫົວ​ໜ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງບິ່ງ​ເຟືອກ, ໃຫ​້​ຂໍ້​ສັງ​ເກດ​ວ່​າ.

      “ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ ແຕ່​ການ​ປ່ຽນ​ໃໝ່​ສຳ​ຄັນ​ທີ່​ສຸດ​ນັ້ນ​ແມ່ນ​ລັກ​ສ​ະ​ນະ ເປີດ​ເຜີຍ, ປະ​ຊາ​ທິ​ປະ​ໄຕ, ກະ​ຈາງ​ແຈ້ງ ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ຈາກນັ້ນ​ເຮັດ​ໃຫ້​ເພີ່ມ​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາແຫ່ງ​ຊາດ, ເຮັດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສະ​ແດງ​ຖືກ​ກັບ​ຄວາມ​ສາ​ມາດ​ຂອງ​ຕົນ.”

      ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ຄຳ​ເຫັນ​ສ່ວນ​ຫຼ​າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເປັນ​ເອ​ກະ​ພາບ​ກັບ​ຮ່າງ​ບົດ​ລາຍ​ງານ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ອາ​ຍຸ​ການ​ຊຸດ​ທີ 13 ຂອງ​ສະ​ພາ​ແຫ່ງ​ຊາດ. ມີ​ບາງ​ຄຳ​ເຫັນ​ສະ​ເໜີ​ຄະ​ນະ​ສະ​ຫຼ​ຸບ​ຕ້ອງ​ໄຈ​້​ແຍກ​ແຈ້ງ​ເຫດ​ຜົນ​ບັນ​ດາ​ສິ່ງ​​ຈຳ​ກັດ​ຢ່າງ​ຈະ​ແຈ້ງ, ພິ​ເສດ​ແມ່ນ​ເຫດ​ຜົນ​ພາ​ວະ​ວິ​ໄຊ, ມາດ​ຕະ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສ້າງ​ກົດ​ໝາຍ.

ຂ່າວ/ບົດ​ອື່ນ