ປະກອບແນວຄວາມຄິດປະຕິຮູບລະບຽບການບໍລິຫານຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ,ດຳເນີນທຸລະກິດ

(VOVWORLD) -ປະຊາຄົມວິສາຫະກິດປາດຖະໜາວ່າ, ລັດ ແລະ ລັດຖະບານສືບຕໍ່ປະຕິຮູບບັນດາລະບຽບການທີ່ກ່ຽວຂ້ອງເຖິງການເຄື່ອນໄຫວດຳເນີນທຸລະກິດ ແລະ ຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ.

ປະກອບແນວຄວາມຄິດປະຕິຮູບລະບຽບການບໍລິຫານຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ,ດຳເນີນທຸລະກິດ - ảnh 1  ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ

(ພາບ: VGP)

ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ອົງການພັດທະນາສາກົນອາເມລິກາ ໄດ້ຈັດກອງປະຊຸມ “ປະກອບແນວຄວາມຄິດກ່ຽວກັບການປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ- 19”. ກອງປະຊຸມໄດ້ດຳເນີນທາງອອນລາຍເຊື່ອມຕໍ່ 19 ແຂວງ, ນະຄອນ.

        ຢູ່ທີ່ນີ້, ປະຊາຄົມວິສາຫະກິດປາດຖະໜາວ່າ, ລັດ ແລະ ລັດຖະບານສືບຕໍ່ປະຕິຮູບບັນດາລະບຽບການທີ່ກ່ຽວຂ້ອງເຖິງການເຄື່ອນໄຫວດຳເນີນທຸລະກິດ ແລະ ຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ, ປະທານສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ເພື່ອຮັບມືກັບໂລກລະບາດຢ່າງທັນການ ກໍຄືແບ່ງປັນຄວາມຫຍຸ້ງຍາກເພື່ອແນໃສ່ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳການປະຕິບັດບັນດາມາດຕະການແກ້ໄຂຢ່າງແຮງ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ຮັບປະກັນຊີວິດສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ