ປະກາດປີທ່ອງທ່ຽວແຫ່ງຊາດ 2013

ປະກາດປີທ່ອງທ່ຽວແຫ່ງຊາດ 2013 - ảnh 1
ພິທີປະກາດປີທ່ອງທ່ຽວແຫ່ງຊາດ 2013
(ພາບ: VGP/Lê Sơn)

(vovworld) - ຕອນ​ຄຳ່ວັນ​ທີ 6/1, ຢູ່​ນະຄອນ ຫາຍ​ຟ່ອງ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ 2013 ດ້ວຍ​ຫົວ​ຂໍ້​ວ່າ “​ອະລິຍາ​ທຳ​ແມ່​ນ້ຳ​ແດງ”. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຮ່ວາງ​ຕວນແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເນັ້ນ​ໜັກ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ແມ່ນ​ເຫດການຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ການ​ທ່ອງທ່ຽວ, ພ້ອມ​ທັງ​ສ້າງ​ຈຸດ​ທີ່​ພົ້ນ​ເດັ່ນ, ​​ຮູບ​ພາບ​ການທ່ອງທ່ຽວ​ຫວຽດນາມ ຕ້ອງຕິດ​ພັນ​ກັບ​ບັນດາ​ເຫດການ​ໃຫຍ່​ພາຍ​ໃນ​ປະ​ເທດພົ້ນ​ເດັ່ນ​ຂຶ້ນ, ຕິດ​ພັນ​​ກາ​ນພັດທະນາ​ການທ່ອງທ່ຽວຕ້ອງ​ຕິດ​ພັນ​ກັບ​ການ ພັດທະນາ​ເສດຖະກິດ - ສັງຄົ​ມ. ປີ ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທ່ົງພຽງ​ແມ່​ນ້ຳ​ແດງ - ຫາຍ​ຟ່ອງປີ 2013 ​ແມ່ນ​ໂອກາດ​ເພື່ອ​ໃຫ້ນະຄອນ ຫາຍ​ຟ່ອງ ກໍ​ຄື​ແຕ່ລະ​ທ້ອງ​ຖິ່ນ​ໃນ​ເຂດ ກຳນົດ​ທິດ​ທາງ​ພັດທະນາ​ການທ່ອງທ່ຽວ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ສ້າງ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ, ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຜະລິດ​ຕະພັນ​ການທ່ອງທ່ຽວ​ລະຫວ່າງ​ເຂດ​ທ່ົງພຽງ​ແມ່​ນ້ຳ​ແດງ ກັບ​ບັນດາ​ເຂດ​ອື່ນໆ ​ແລະ ປະກອບສ່ວນ​ສ້າງ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ຜະລິດ​ຕະພັນ​ການທ່ອງທ່ຽວຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ