ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ ຢູ່ ໄທ

(VOVWORLD) -ຕອນຄ່ຳວັນທີ 11 ທັນວາ, ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ໄທ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (1944 - 2019), 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (1989 - 2019) ແລະ ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ.
ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ ຢູ່ ໄທ - ảnh 1 ທ່ານພັນໂທ ຟານຫຶວທັ໊ງ - ທູດທະຫານ ຫວຽດນາມ ປະຈຳ ໄທ

        ທີ່ພິທີ, ທ່ານພັນໂທ ຟານຫຶວທັ໊ງ - ທູດທະຫານ ຫວຽດນາມ ປະຈຳ ໄທ ໄດ້ແນະນຳກ່ຽວກັບປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019, ຊີ້ແຈ້ງບັນດາການດັດປັບໃນນະໂຍບາຍປ້ອງກັນຊາດໃນໄລຍະໃໝ່ ແລະ ເນັ້ນໜັກເຖິງຄວາມໝາຍຂອງປຶ້ມປົກຂາວປ້ອງກັນຊາດ ແນໃສ່ເຮັດໃຫ້ໂປ່ງໃສ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນຂອງ ຫວຽດນາມ ກັບປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ