ປະກາດລັດຖະທຳມະນູນປະເທດ ສສ.ຫວຽດນາມ

ປະກາດລັດຖະທຳມະນູນປະເທດ ສສ.ຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊັນ​ຄຳ​ສັ່ງ​ປະກາດ​ລັດ​ຖະທຳ​ມະນູນປະ​ເທດ ສສ ຫວຽດນາມ (ລັດຖະທຳ​ມະນູນ​ສະບັບ​ປັບປຸງ)
(ພາບ: TTXVN)


(vovworld) – ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 9/12 ​ເພື່ອ​ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ​ແລະ ມະຕິ​ກຳນົດ​ບາງ​ຂໍ​ປະຕິບັດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 8/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊັນ​ຄຳ​ສັ່ງ​ປະກາດ​ລັດ​ຖະທຳ​ມະນູນປະ​ເທດ ສສ ຫວຽດນາມ (ລັດຖະທຳ​ມະນູນ​ສະບັບ​ປັບປຸງ) ​ແລະ ມະຕິ​ກຳນົດ​ບາງ​ຂໍ​ກ່ຽວ​ກັບປະຕິບັດ​ລັດ​​ຖະທຳ​ມະນູນ ປະ​ເທດ ສສ ຫວຽດນາມ​.

        ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ (ສະບັບ​ປັບປຸງ) ທີ່​ສະພາ​​ແຫ່ງ​ຊາດ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸ​ມສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ມີ​ຜົນ​ສັດ​ສິດ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ​​ເນື່ອງ​​ໃນເຫດການ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ປະ​ທານ​ກຳມາ​ທິການ​ປັບປຸງ​ລັດຖະທຳ​ມະນູນ, ມີ​ບົດ​ຂຽນ​ຢັ້ງຢືນ​ຄວາມ​ສຳຄັນ​ພິ​ເສດ​ຂອງ​ເຫດການ​ການ​ເມືອງ - ນິຕິ​ກຳ ທີ່ມີ​ລັກສະນະ​ປະຫວັດສາດ​ນີ້.

       


ຂ່າວ/ບົດ​ອື່ນ