ປະຊຸມຄະນະຊີ້ນຳສູນກາງກ່ຽວກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ

(VOVWORLD) - ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນເຈົ້າພາບຈັດກອງປະຊຸມຄະນະຊີ້ນຳລະຫວ່າງຂະແຫນງການຂັ້ນສູນກາງ ກ່ຽວກັບຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ, ຜັນຂະຫຍາຍຫນ້າທີ່ຈຸດສຸມ ໃນ 6 ເດືອນທ້າຍປີ.

ປະຊຸມຄະນະຊີ້ນຳສູນກາງກ່ຽວກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ນຳກອງປະຊຸມ

ພາບ:vietnam+

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີ ບັນດາກະຊວງຂະແຫນງການກ່ຽວຂ້ອງເພີ່ມທະວີການຄຸ້ມຄອງຄຸນນະພາບອາຫານເສີມກໍ່ຄືເລື່ອງໂຄສະນາທາງພາຫະນະສື່ມວນຊົນ ແລະ ເຄືອຂ່າຍສັງຄົມອອນລາຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ:

“ຂ້າພະເຈົ້າຮຽກຮ້ອງຫົວຫນ້າກົມຮັບຜິດຊອບບັນຫາຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ ຕ້ອງສ້າງບັນຊີລາຍຊື່ບັນດາຜະລິດຕະພັນອາຫານເສີມທີ່ລະເມີດການໂຄສະນາ ສົ່ງໃຫ້ກະຊວງຖະແຫລງຂ່າວ ແລະ ສື່ສານ ເພື່ອໃຫ້ກະຊວງສົມທົບກັນແກ້ໄຂຢ່າງເໝາະສົມ. ຫລັງຈາກນັ້ນ ສຳລັບບັນດາການໂຄສະນາບໍ່ຖືກຕ້ອງ, ກະຊວງສາທາລະນະສຸກ ຍົກອອກຄຳສະເຫນີແນະ: ຜະລິດຕະພັນນີ້ແມ່ນໂຄສະນາບໍ່ຖືກຕາມຄວາມຈິງ ປະຊາຊົນບໍ່ຄວນຫລົງເຊື່ອ.”

ທ່ານຮອງນາຍົກລັດຖະມົນຕກໍ່ສະເຫນີ ນັບແຕ່ນີ້ຮອດທ້າຍປີ ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຕ້ອງສ້າງໃຫ້ສຳເລັດ ແລະ ຍື່ນສະເຫນີປະກາດໃຊ້ ກົດໝາຍວ່າດ້ວຍການລ້ຽງສັດ, ກົດໝາຍວ່າດ້ວຍການປູກຝັງ, ບັນດາເອກະສານແນະນຳການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ, ປະກາດໃຊ້ດຳລັດປັບປຸງເພີ່ມເຕີມບາງມາດຕາຂອງດຳລັດວ່າດ້ວຍການກຳນົດປັບໄຫມການກະທຳຜິດທາງດ້ານບໍລິຫານກ່ຽວກັບຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ