ປະ​ຊາ​ຄົມ​ ອ​າ​ຊຽນ ຍົກ​ສູງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ, ແບ່​ງ​ບັນ, ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະກັນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຍິ່ງກວ່າເວລາໃດໝົດ,  ປະຊາຄົມ ອາຊຽນ ຕ້ອງຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19. 
ປະ​ຊາ​ຄົມ​ ອ​າ​ຊຽນ ຍົກ​ສູງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ, ແບ່​ງ​ບັນ, ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະກັນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານ AIPA – 41 (ພາບ: tuoitre.vn)

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19, ດ້ວຍບົດບາດເປັນປະທານ AIPA ປີ 2020, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານ AIPA – 41 ໄດ້ສົ່ງຈົດໝາຍເຖິງປະທານລັດຖະສະພາບັນດາປະເທດສະມາຊິກຂອງ AIPA. ໃນຈົດໝາຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະສະພາແຕ່ລະປະເທດສະມາຊິກ AIPA ພ້ອມກັນຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດ ດ້ວຍເລື່ອງເສີມຂະຫຍາຍບົດບາດຂອງຕົນຢ່າງແຮງ, ຜ່ານບັນດາມາດຕະການ ແລະ ນະໂຍບາຍໂດຍລັດຖະບານສະເໜີ ເພື່ອແນໃສ່ຮັບມືກັບໂລກລະບາດ; ສ້າງຄວາມສະດວກໃຫ້ແກ່ການຈັດແບ່ງແຫຼ່ງກຳລັງ ແລະ ເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ. ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ: ຍິ່ງກວ່າເວລາໃດໝົດ,  ປະຊາຄົມ ອາຊຽນ ຕ້ອງຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19. ບັນດາສະມາຊິກລັດຖະສະພາຕ້ອງສືບຕໍ່ແຜ່ຂະຫຍາຍສານແຫ່ງຄວາມສາມັກຄີ, ຄວາມຮັກແພງ, ລະດົມກຳລັງໃຈປະຊາຊົນທຸກຄົນ, ໂດຍສະເພາະແມ່ນບັນດາກຳລັງຢູ່ແນວໜ້າປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບການໜູນຊ່ວຍ ແລະ ຄວາມເຫັນດີເຫັນພ້ອມຂອງລັດຖະສະພາບັນດາປະເທດສະມາຊິກ AIPA ເພື່ອນຳມາເຊິ່ງຜົນສຳເລັດຂອງປີປະທານ, ເພື່ອສະພາບແວດລ້ອມການດໍາລົງຊີວິດແຫ່ງສັນຕິພາບ, ປອດໄພ ແລະ ມີຄວາມຜາສຸກມາໃຫ້ປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມວັດທະນາຖາວອນຂອງແຕ່ລະປະເທດ ອາຊຽນ ແລະ ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ