ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຊວດ 2020

(VOVWORLD) - ຕອນຄ່ຳວັນທີ 18 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020 ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ບັກກິງ ທຸກຖ້ວນໜ້າ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຈີນ, ນັກສຶກສາພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ຈີນ ເປັນຈຳນວນຫລວງຫລາຍ. 
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຊວດ 2020 - ảnh 1 ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020 

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຮັບຊາບກ່ຽວກັບບັນດາຜົນງານເສດຖະກິດ, ການເມືອງ ແລະ ສັງຄົມຂອງ ຫວຽດນາມ ໃນປີ 2019. ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຕີລາຄາສູງຈິດໃຈຄວາມສາມັກຄີ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນກໍ່ຄືຈິດໃຈອວາຍໜ້າເມືອຫາບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຊວດ 2020 - ảnh 2 ລາຍການຕ້ອນຮັບລະດູບານໃໝ່ປີຊວດ 2020 ໃຫ້ພໍ່ແມ່ປະຊາຊົນອາໄສຢູ່ ການາດາ (ພາບ: TTXVN)

        ແລະກໍ່ໃນວັນທີ 18 ມັງກອນ, ຢູ່ນະຄອນ Toronto, ປະເທດ ການາດາ, ສະຫະສະມາຄົມ ການາດາ - ຫວຽດນາມ (CVS) ຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່ປີຊວດ 2020 ໃຫ້ພໍ່ແມ່ປະຊາຊົນອາໄສຢູ່ ການາດາ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຊວດ 2020 - ảnh 3

        ແລະກໍ່ໃນຕອນຄ່ຳວັນທີ 18 ມັງກອນ, ຢູ່ນະຄອນ Ufa, ເມືອງເອກຂອງ ສ.Bashkortostan ຂຶ້ນກັບສະຫະພັນ ລັດເຊຍ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.Bashkortostan ກໍໄດ້ຈັດຕັ້ງລາຍການສະແດງສິລະປະ ແລະ ງານລ້ຽງຕ້ອນຮັບບຸນເຕັດປີຊວດ 2020.

 

ຕອບກັບ

ຂ່າວ/ບົດ​ອື່ນ