ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບອຳນາດການປົກຄອງທ້ອງຖິ່ນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) - ຜູ້ຕາງໜ້າບໍລິສັດ Star Telecom (Unitel) ສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ຈຳນວນເງິນກວ່າ 5 ຕື້ກີບ.
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບອຳນາດການປົກຄອງທ້ອງຖິ່ນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ພິທີມອບຈຳນວນເງິນ 5 ຕື້ກີບ)

ໃນສະພາບປະຊາຊົນລາວ ພວມສຸມກຳລັງເຫື່ອແຮງເພື່ອປ້ອງກັນ, ຕ້ານກະແສການຕິດແປດໂລກລະບາດໂຄວິດ-19 ຄັ້ງທີ 2. ໃນຊຸມມື້ຜ່ານມາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ບໍລິຈາກ, ສະໜັບສະໜູນເງິນ, ວັດຖຸສິ່ງຂອງທີ່ຈຳເປັນ ແລະ ອຸປະກອນການແພດ ເພື່ອແນໃສ່ພ້ອມກັບລັດຖະບານ ແລະ ປະຊາຊົນລາວ ຕໍ່ສູ້ຕ້ານພະຍາດທີ່ອັນຕະລາຍດັ່ງກ່າວ.

        ຕອນເຊົ້າວັນທີ 05 ພຶດສະພາ, ຜູ້ຕາງໜ້າບໍລິສັດ Star Telecom (Unitel), ແມ່ນບໍລິສັດຮ່ວມທຸລະກິດຂອງກຸ່ມບໍລິສັດໂທລະສົມມະນາຄົມກອງທັບ Viettel ຂອງຫວຽດນາມ ຢູ່ລາວ, ສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ຈຳນວນເງິນກວ່າ 5 ຕື້ກີບ ລວມມີເງິນສົດ ແລະ ບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານກະແສຕິດແປດໂລກລະບາດໂຄວິດ-19 ຄັ້ງທີ 2.

          ພິເສດ, ໃນການອຸປະຖຳຄັ້ງນີ້, ນອກຈາກມອບເງິນສົດກວ່າ 500 ລ້ານກີບ ໃຫ້ຄະນະສະເພາະກິດຄວບຄຸມຕ້ານ ແລະ ສະກັດກັ້ນ, ຕ້ານໂລກລະບາດໂຄວິດ-19 ກະຊວງສາທາລະນະສຸກລາວ ແລ້ວ, Unitel ຍັງໜູນຊ່ວຍລະບົບຄຸ້ມຄອງການສັກວັກຊິນ ແລະ passport ວັກຊິນ (ລະບົບຄຸ້ມຄອງຂໍ້ມູນການສັກວັກຊິນແຫ່ງຊາດ) ໃຫ້ກະຊວງສາທາລະນະສຸກລາວ ທີ່ມີມູນຄ່າ 2 ຕື້ກີບ ເພື່ອແນໃສ່ຄຸ້ມຄອງທຸກເປົ້າໝາຍສັກວັກຊິນຕາມລະຫັດ (ID), ຄຸ້ມຄອງວິວັດການສັກວັກຊິນ, ຄຸ້ມຄອງປະຫວັດການສັກວັກຊິນຂອງແຕ່ລະຄົນຕະຫຼອດຊີວິດ…

ຕອບກັບ

ຂ່າວ/ບົດ​ອື່ນ