ປະຊາຄົມສາກົນຊົມເຊີຍເລື່ອງສືບສວນການຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -  194 ປະເທດສະມາຊິກຂອງ WHO ທັງໝົດໄດ້ເຫັນດີເປັນເອກະພາບກັນ ເປີດການສືບສວນຢ່າງເປັນເອກະລາດກ່ຽວກັບການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ-19 ໃນທົ່ວໂລກ. 

ໃນນັ້ນ, ການສືບສວນລວມມີທັງການສືບສວນກ່ຽວກັບບັນດາການກະທຳຂອງ WHO ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ການຕັດສິນໃຈດັ່ງກ່າວໄດ້ຮັບຄວາມຊົມເຊີຍຈາກປະຊາຄົມສາກົນ.

ປະຊາຄົມສາກົນຊົມເຊີຍເລື່ອງສືບສວນການຮັບມືກັບໂລກລະບາດໂຄວິດ-19 - ảnh 1ຜູ້ອຳນວຍການໃຫຍ່ອົງການ WHO (ພາບ: Time) 

        ຕາມທ່ານປະທານປະເທດ ຈີນ ສີຈິ້ນຜີງ ແລ້ວ: ຈີນ ສະໜັບສະໜູນແນວຄວາມຄິດກ່ຽວກັບການຕີລາຄາການຮັບມືກັບໂຄວິດ-19 ໃນທົ່ວໂລກ ພາຍຫລັງໂລກລະບາດດັ່ງກ່າວໄດ້ຮັບການຄວບຄຸມ, ເພື່ອເກັບກຳບົດຮຽນປະສົບການ ແລະ ແກ້ໄຂການຂາດຕົກບົກພ່ອງ.

        ສ່ວນທ່ານປະທານາທິບໍດີ ອີຕາລີ Guiseppe Conte ເນັ້ນໜັກວ່າ ເຖິງເວລາແລ້ວທີ່ທົ່ວໂລກຕ້ອງຮັບຮູ້ວ່າ ຄວນຖອດຖອນບົດຮຽນໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ