ປະ​ຊາ​ຊົນ​​ກ່າ​ເມົາ​ຄັ​ດ​ຄ້ານ ເລື່ອງ ຈີນ​ສ້າງ​ຕັ້ງ “ເມືອງຊີ​ຊາ” ແລະ “ເມືອງ ໜານ​ຊາ”

(VOVWORLD) -ເລື່ອງຈີນຖະແຫຼງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ ແລະ ເມືອງ ໜານຊາ ແມ່ນລະເມີດກົດໝາຍສາກົນ, ພິເສດລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕບໍ່ອາດໂຕ້ຖຽງກັນໄດ້ຂອງ ຫວຽດນາມສຳລັບໝູ່ເກາະຮ່ວາງຊາ ແລະ ເຈືອງຊາ.
ປະ​ຊາ​ຊົນ​​ກ່າ​ເມົາ​ຄັ​ດ​ຄ້ານ ເລື່ອງ ຈີນ​ສ້າງ​ຕັ້ງ “ເມືອງຊີ​ຊາ” ແລະ “ເມືອງ ໜານ​ຊາ” - ảnh 1

ຫວຽດນາມມີພື້ນຖານນິຕິກຳ, ປະຫວັດສາດວັດທະນະທຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາດ, ເຈື່ອງຊາ

ນາງ ຫງວຽນທິຮວຽນຍື, ຊາວນະຄອນກ່າເມົາໃຫ້ຮູ້ວ່າ:

“ໝູ່ເກາະຮ່ວາງຊາ, ເຈືອງຊາແມ່ນຂອງ ຫວຽດນາມ. ພວກເຮົາມີພື້ນຖານນິຕິທຳເພື່ອພິສູດສິ່ງນັ້ນ. ຂ້າພະເຈົ້າຖືວ່າ, ທຸກໆການກະທຳຂອງ ປະເທດອື່ນທີ່ລ່ວງລ້ຳອະທິປະໄຕບັນດາໝູ່ເກາະດັ່ງກ່າວລ້ວນແຕ່ແມ່ນລະເມີດກົດໝາຍ ແລະຕ້ອງກ່າວປະນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ