ປະຊາຊົນທົ່ວປະເທດຕ້ອນຮັບປີໃໝ່ດ້ວຍຄວາມຄາດຫວັງຫຼາຍຢ່າງ

(VOVWORLD) -ຢູ່ຮ່າໂນ້ຍ, ຝັນຕົກໜັກຍ້ອນຜົນສະທ້ອນຈາກອາກາດໜາວຂຶ້ນໃນ ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີຊວດ 2020 ແຕ່ກໍບໍ່ສາມາດຫຼຸດຜ່ອນບັນຍາກາດເບີກບານມ່ວນຊື່ນຂອງຊາວນະຄອນຫຼວງຮ່າໂນ້ຍເມື່ອຕ້ອນຮັບປີໃໝ່ດ້ວຍຄວາມຫວັງຫຼາຍຢ່າງ
ປະຊາຊົນທົ່ວປະເທດຕ້ອນຮັບປີໃໝ່ດ້ວຍຄວາມຄາດຫວັງຫຼາຍຢ່າງ - ảnh 1ບັນຍາກາດຕ້ອນຮັບບຸນເຕັດຢູ່ຮ່າໂນ້ຍ 

ປີເກົ່າທີ່ຜ່ານພົ້ນໄປ ກໍແມ່ນຈຸດເວລາທີ່ທຸກໆຄົນໄດ້ອວຍພອນກັນດ້ວຍຄຳອວຍພອນທີ່ຈົບງາມທີ່ສຸດ ພ້ອມກັນມຸ່ງໄປສູ່ຄວາມຄາດຫວັງໃໝ່:

       “ ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ຮ່າໂນ້ຍ ແລະ ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ໜອງຮ່ວານກ໋ຽມ, ຮ່າໂນ້ຍ ຊຶ່ງເກີດຝົນຕົກໜັກທີ່ສຸດ. ຫວັງວ່າ ຄອບຄົວຈະມີຄວາມສຸກ, ທຸກໆຄົນມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ວຽກເຮັດງານທຳກໍດຳເນີນໄປດ້ວຍດີ.

         ປີໃໝ່ ນ້ອງຫວັງວ່າ ຈະເສັງຈົບຊັ້ນໄດ້ຮັບຄະແນນດີ ແລະ ທຸກໆຄົນໃນຄອບຄົວມີສຸຂະພາບແຂງແຮງ. ປີໃໝ່ ອວຍພອນທັງຄອບຄົວມີຄວາມສຸກ, ຄວາມຈະເລີນ, ທຸກໆຄົນຕາງກໍ ມີຄວາມເບີກບານມ່ວນຊື່ນ, ປະເທດຊາດນັບມື້ນັບພັດທະນາ ແລະ ກ້າວຂຶ້ນບົນເສັ້ນທາງປ່ຽນແປງໃໝ່ ”

      ໃນຂະນະນັ້ນ, ບັນຍາກາດຕ້ອນຮັບ ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຢູ່ນະຄອນໂຮ້ຈິມິນ ຍິ່ງຟົດຟື້ນຂຶ້ນ.  ທ່ານຈິ້ງດົງເຕີມແບ່ງປັນວ່າ :

    “ ຂ້າພະເຈົ້າມີຄວາມຄາດຫວັງວ່າ ປີໃໝ່ປີຊວດ ທັງຄອບຄົວຈະມີຄວາມສຸກ, ຄວາມຈະເລີນ. ການດຳເນີນທຸລະກິດຈະຮັບຜົນສຳເລັດກ່ວາປີກ່ອນ. ອວຍພອນໃຫ້ປະເທດຊາດ ປີໃໝ່ມີສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມໂຊກດີທຸກປະການ ”

ຕອບກັບ

ຂ່າວ/ບົດ​ອື່ນ