(vovworld) - ເຫດການ 2 ປະເທດ ຫວຽດນາມ ແລະ ລາວ ເປີດສະຫຼອງຫຼັກໝາຍໃຫຍ່ ເລກທີ 460 ຢູ່ດ່ານຊາຍແດນ ແທງຖູຍ, ແຂວງ ເຫງ້ອານ - ນ້ຳອອນ, ແຂວງ ບໍລິຄຳໄຊ, ເມື່ອວັນທີ 9/7, ບໍ່ພຽງແຕ່ມີຄວາມໝາຍສຳຄັນຍິ່ງໃນຊີວິດທາງດ້ານການເມືອງຂອງທັງ 2 ປະເທດ ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນລາວບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດຊາຍແດນ ອີກດ້ວຍ. ທ່ານ ແສງຈັນ, ຊາວແຂວງ ບໍລິຄຳໄຊ, ຕີລາຄາວ່າ:
ເທບທ່ານ ແສງຈັນ
ທ່ານ ສຸລິສັກ, ຕຳຫຼວດດ່ານຊາຍແດນນ້ຳອອນ, ແຂວງ ບໍລິຄຳໄຊ, ຖືວ່າ:
ເທບທ່ານ ສຸລິສັກ
ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍການປະຕິບັດ, ມາຮອດປະຈຸບັນ, ໃນເສັ້ນຊາຍແດນມີຄວາມຍາວ 2.067 ກມ, ຫວຽດນາມ ແລະ ລາວ ໄດ້ສ້າງລະບົບຫຼັກໝາຍທີ່ທັນສະໄໝ, ໝັ້ນຄົງຢູ່ 793 ຈຸດທີ່ຕັ້ງ (ດ້ວຍ 835 ຫຼັກໝາຍ) ປະກອບສ່ວນເຮັດແຈ້ງໄປເສັ້ນຊາຍແດນ ລະຫວ່າງ 2 ປະເທດ.