ປະຊາຊົນເຫັນດີເຫັນພ້ອມ ສະໜັບສະໜູນຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ

(VOVWORLD) -ວັນທີ 1 ເມສາ ຊຶ່ງແມ່ນມື້ທຳອິດທີ່ທົ່ວປະເທດປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີວ່າດ້ວຍການປະຕິບັດບັນດາມາດຕະການຮີບດ່ວນກ່ຽວກັບການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ -19
 
ປະຊາຊົນເຫັນດີເຫັນພ້ອມ ສະໜັບສະໜູນຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ - ảnh 1

ວັດອຸນຫະພູມຮ່າງກາຍຂອງຜູ້ໂດຍສານກ່ອນທີ່ຈະຂຶ້ນລົດ

ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ, ອຳນາດການປົກຄອງ ແລະ ປະຊາຊົນພວມຜັນຂະຫຍາຍບັນດາວິທີການແກ້ໄຂຢ່າງຖືກຕ້ອງກັບຈິດໃຈແຍກຕົວສັງຄົມເພື່ອຮັກສາສຸຂະພາບ ແລະ ຊີວິດອີນຊີຂອງປະຊາຊົນ. ປະຊາຊົນຢືນຢັນວ່າ ນີ້ແມ່ນແຜນນະໂຍບາຍອັນຖືກຕ້ອງ, ຈຳເປັນ ຍ້ອນວ່າໃນຊຸມວັນທີ່ຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ພາຍໃນປະເທດ ແລະ ໃນໂລກຍັງເພີ່ມຂຶ້ນ. ທ່ານ ເຈື່ອງແທງເຊີນ ຢູ່ນະຄອນ ລ້າງເຊີນ, ແຂວງ ລ້າງເຊີນ ໃຫ້ຮູ້ວ່າ :

    “ ຄຳສັ່ງໄດ້ອອກໃນຈຸດເວລານີ້ ແມ່ນມີຄວາມໝາຍສຳຄັນ ດ້ວຍຈຸດປະສົງ ຈຳກັດ ແລະ ສະກັດກັ້ນການຕິດແປດຂອງໂລກລະບາດ. ຖ້າຫາກວ່າ ປະຊາຊົນຮັບຮູ້ຢ່າງຖືກຕ້ອງ ແລະ ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດນັ້ນ, ໂລກລະບາດຈະຖືກສະກັດກັ້ນ. ຂ້າພະເຈົ້າຄິດວ່າ ເຮົາຕ້ອງມີຄວາມຮັບຜິດຊອບໂຄສະນາຢ່າງຕັ້ງໜ້າໃນຄຸ້ມຖະໜົນເພື່ອປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ”

ຕອບກັບ

ຂ່າວ/ບົດ​ອື່ນ