ປະຕິກິລິຍາຂອງຈີນ ຕໍ່ຖະແຫຼງການຂອງ WTO ກ່ຽວກັບການຂັດແຍ້ງດ້ານການຄ້າລະຫວ່າງຈີນ-ອາເມລິກາ

(VOVWORLD) -ກະຊວງການຄ້າຈີນ ໄດ້ຕີລາຄາວ່າ, ຂໍ້ຕົກລົງຂອງ WTO ແມ່ນພາວະວິໄສ ແລະ ຖືກຕ້ອງ.

ພາຍຫຼັງອົງການການຄ້າໂລກ (WTO) ຖະແຫຼງວ່າ ບັນດາການກະທຳຈັດວາງອັຕາພາສີຂອງອາເມລິກາ ຕໍ່ສິນຄ້າຂອງຈີນ ແມ່ນ “ບໍ່ເໝາະສົມ” ກັບບັນດາຂໍ້ກຳນົດການຄ້າທົ່ວໂລກ, ກະຊວງການຄ້າຈີນ ໄດ້ຕີລາຄາວ່າ, ຂໍ້ຕົກລົງຂອງ WTO ແມ່ນພາວະວິໄສ ແລະ ຖືກຕ້ອງ. ຈີນ ຫວັງວ່າ, ອາເມລິກາ ຈະເຄົາລົບຄຳຕັດສິນຂອງ WTO ແລະ ລະບອບການຄ້າຫຼາຍຝ່າຍກັບບັນດາຫຼັກການທີ່ເປັນພື້ນຖານ, ນຳໃຊ້ບັນດາການກະທຳຕົວຈິງ, ພ້ອມກັບຈີນ ແລະ ບັນດາສະມາຊິກອື່ນຂອງ WTO ປົກປັກຮັກສາລະບອບການຄ້າຫຼາຍຝ່າຍ, ຊຸກຍູ້ເສດຖະກິດໂລກໃຫ້ພັດທະນາແບບຍືນຍົງ, ໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ