ປະຕິບັດວຽກງານກະກຽມການເລືອກຕັ້ງເປັນຢ່າງດີແຕ່ຕ້ອງຮັບປະກັນການພັດທະນາເສດຖະກິດ, ປ້ອງກັນສະກັດກັ້ນໂລກລະບາດ

(VOVWORLD) - ວັນທີ 6 ພຶດສະພາ, ທ່ານ ເວືອງດີງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ປະທານຄະນະກຳມະການເລືອກຕັ້ງແຫ່ງຊາດໄດ້ໄປຢ້ຽມຢາມແລະ ເຮັດວຽກຢູ່ ແຂວງ ຕວຽນກວາງ.

ປະຕິບັດວຽກງານກະກຽມການເລືອກຕັ້ງເປັນຢ່າງດີແຕ່ຕ້ອງຮັບປະກັນການພັດທະນາເສດຖະກິດ, ປ້ອງກັນສະກັດກັ້ນໂລກລະບາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕີລາຄາສູງວຽກງານກະກຽມການເລືອກຕັ້ງຂອງແຂວງ ຕ້ອງຮັບປະກັນຖືກກັບການກຳນົດ, ມີວິທະຍາສາດ, ປະດິດຄິດສ້າງ. ທ່ານ ເວືອງດີງເຫ້ວ ຮຽກຮ້ອງໃຫ້ແຂວງ ຕວຽນກວາງ ຄວນສືບຕໍ່ສຳຫລວດກວດກາບັນຊີລາຍຊື່ບັນດາຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນເພື່ອເປັນເຈົ້າການເພີ່ມເຕີມໃຫ້ທັນການ ຮັບປະກັນສິດສະໝັກເລືອກຕັ້ງຂອງພົນລະເມືອງ. ທ່ານ ເນັ້ນຫນັກວ່າ:

“ເພື່ອຮັບປະກັນຄວາມຮຽກຮ້ອງການຄັດເລືອກສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ ແມ່ນຜູ້ດີເດັ່ນ, ສົມເປັນ ແລະ ຄັດເລືອກຢ່າງຖືກຕ້ອງ ພວກເຮົາຕ້ອງເພີ່ມທະວີການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະບັນດາພາຫະນະສື່ມວນຊົນໃນການຫນູນຊ່ວຍໃຫ້ບັນດາຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ໄດ້ສຳຜັດກັບຜູ້ມີສິດເລືອກຕັ້ງ”

ຄຽງຄູ່ກັບການປະຕິບັດວຽກງານກະກຽມການເລືອກຕັ້ງໃຫ້ເປັນຢ່າງດີນັ້ນ, ທ່ານປະທານສະພາແຫ່ງຊາດ ຍັງຮຽກຮ້ອງໃຫ້ແຂວງ ສືບຕໍ່ປະຕິບັດຫນ້າທີ່ຄວບຄູ່ ທັງຮັບປະກັນການພັດທະນາເສດຖະກິດ, ທັງປ້ອງກັນສະກັດກັ້ນໂລກລະບາດ ຮັບປະກັນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ