ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ ແລະ ການຄ້າຢ່າງເຂັ້ມງວດ

(VOVWORLD) -ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍໜ້າທີ່ລວມແມ່ນເປັນເອກະພາບການເຊື່ອມຊຶມ, ແມ່ນການສຸມກຳລັງຢ່າງສູງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ
ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ ແລະ ການຄ້າຢ່າງເຂັ້ມງວດ - ảnh 1ທີ່ກອງປະຊຸມທາງອອນລາຍ
(ພາບ: moit.gov.vn)

ວັນທີ 13 ພຶດສະພາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເປັນປະທານກອງປະຊຸມທາງອອນລາຍເຊື່ອມຊຶມກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ ແລະ ການຄ້າ; ສ້າງການສະໜອງ ແລະ ຄວາມຕ້ອງການໃຫ້ມີຄວາມດຸ່ນດ່ຽງ, ຮັບປະກັນການສະໜອງບັນດາສິນຄ້າທີ່ຈຳເປັນ ແລະ ບາງການກຳນົດທິດພັດທະນາຂອງຂະແໜງໃນໄລຍະຈະມາເຖິງ.

        ທີ່ການເຊື່ອມຊຶມກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າສະເໜີວ່າ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ, ຮາກຖານຜະລິດ, ດຳເນີນທະລະກິດຈົ່ງເຊື່ອມຊຶມ, ປະຕິບັດບັນດາມາດຕະການໃນການປ້ອງກັນ, ຕ້ານໂລກລະບາດແຫ່ງຊາດຢ່າງເຂັ້ມງວດ. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ:

        “ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍໜ້າທີ່ລວມແມ່ນເປັນເອກະພາບການເຊື່ອມຊຶມ, ແມ່ນການສຸມກຳລັງຢ່າງສູງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ, ບັນດາເຂດອຸດສາຫະກຳ, ບັນດາເຂດເຄື່ອນໄຫວອຸດສາຫະກຳ ແລະ ການຄ້າໃນບໍລິເວນໃນທົ່ວປະເທດ, ແມ່ນໜ້າທີ່ສຳຄັນພິເສດໃນການປະກອບສ່ວນຮັກສາຄວາມສະຖຽນລະພາບໃນສັງຄົມ. ນີ້ແມ່ນໜ້າທີ່ຮີບດ່ວນເຊິ່ງພວກເຮົາຕ້ອງເປັນເອກະພາບວຽກງານເຊື່ອມຊຶມ ແລະ ປະຕິບັດຢ່າງເຂັ້ມງວດ”.

ຕອບກັບ

ຂ່າວ/ບົດ​ອື່ນ