ປະທັບໃຈຕໍ່ຄວາມເປັນເອກະລັກສະເພາະຂອງວັນວັດທະນະທຳຫວຽດນາມຢູ່ Slovakia

ປະທັບໃຈຕໍ່ຄວາມເປັນເອກະລັກສະເພາະຂອງວັນວັດທະນະທຳຫວຽດນາມຢູ່ Slovakia - ảnh 1
ພິທີໄຂງານວາງສະແດງຮູບຖ່າຍ “ຫວຽດນາມ ຄວາມ​ງາມ​ຢ່າງ​ບໍ່​ມີ​ຂອບ​ເຂດ”
(ພາບ: ດິງວັນຮ໋ວາ / vietnam+)

(vovworld) – ​ໃນລະຫວ່າງ​ວັນ​ທີ 14 - 17/5, ຄະນະ​ພະນັກງານກະຊວງ​ວັດທະນະທຳ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີວ່າການ​ກະຊວງວັດທະ​ນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ແອ​ງຕ໋ວນ ນຳ​ໜ້າ, ​ໄດ້​ທຳ​ການຢ້ຽ​ມຢາມ Slovakia ​ເພື່ອ​ເຂົ້າ​ຮ່ວມ​ວັນ​ວັດທະນະທຳ ຫວຽດນາມ ຢູ່ Slovakia ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ຈຸດ​ພົ້ນ​ເດັ່ນຂອງ​ວັນ​ວັດທະນະທຳ ຫວຽດນາມ ຢູ່ Slovakia ​ແມ່ນ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ “ຫວຽດນາມ ຄວາມ​ງາມ​ຢ່າງ​ບໍ່​ມີ​ຂອບ​ເຂດ” ​ໄດ້​ຖືກຈັດ​ຂຶ້ນຢູ່​ສະ​ຖາ​ນີວິທະຍຸ​ກະຈາຍສຽງ Slovakia. ​ເນື່ອງ​ໃນ​ໂອກາດ​ນີ້ ບັນດາ​ແຂກ​ຖືກ​ເຊີນໄດ້​ຮັບ​ປະທານ​ອາຫານ​​ໂດຍ​ບັນດາ​ພໍ່ຄົວທີ່​ມີ​ຊື່​ສຽງ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Slovakia. ວັນ​ວັດທະນະທຳ ຫວຽດນາມ​ ຢູ່ Slovakia ​ໄດ້​ສິ້ນ​ສຸດ​ລົງ ​ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ນັກສິລະ​ປິນ​ສັງກັດ​ໂຮງ​ລະຄອນ​ສິລະ​ປະ​ແຫ່ງ​ຊາດ ຫວຽດນາມ. ບັນດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນາ​ທຳ​ຂອງ​ບັນດານັກ​ສິລະ​ປິນ ຫວຽດນາມ ​​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແຂກ​ສາກົນ​ຢ່າງ​ແທ້​ຈິງ.

         ​ໃນ​ການ​ຢ້ຽມຢາມ Slovakia, ທ່ານ​ລັດຖະມົນຕີ ຮ່ວາງ​ແອ​ງຕ໋ວນ ​ໄດ້​ພົບ​ປະ​ເຈລະຈາ​ກັບ ທ່ານ​ລັດຖະມົນຕີວ່າການ​ກະຊວງວັດທະນາ​ນຳ Slovakia Marek Madaric; ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ນາຍົກລັດຖະມົນຕີ Slovakia Robert Fico.

ຂ່າວ/ບົດ​ອື່ນ