ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງຈົດໝາຍຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວໄດ້ສິ້ນສຸດລົງຢ່າງປະສົບຜົນສຳເລັດທີ່ດີງາມ,ຫວ່າງແລ້ວນີ້, ທ່ານ ເຈີນແທງເໝີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍເຖິງສູນກາງແນວລາວສ້າງຊາດ
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງຈົດໝາຍຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວໄດ້ສິ້ນສຸດລົງດ້ວຍຜົນສຳເລັດທີ່ດີງາມ

ເນື້ອໃນຂອງຈົດໝາຍມີຕອນຂຽນວ່າ : ພວກຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ໜ້າຜົນງານທີ່ຍິ່ງໃຫຍ່ ຮອບດ້ານ, ມີຄວາມໝາຍປະຫວັດສາດ ຊຶ່ງປະຊາຊົນລາວອ້າຍນ້ອງຍາດມາໄດ້, ເຮັດໃຫ້ທ່ວງທ່າ ແລະ ກຳລັງຂອງການປະຕິວັດລາວ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງດ ອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງລາວ ນັບມື້ນັບຖືກຍົກສູງຂຶ້ນໃນເວທີສາກົນ. ພວກຂ້າພະເຈົ້າເຊື້ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງກົມການເມືອງ,   ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວຊຸດໃໝ່, ປະຊາຊົນລາວອ້າຍນ້ອງຈະຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກ່ວາເກົ່າໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເມືອງ ຊຶ່ງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວ ໄດ້ວາງອອກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ