(vovworld) - ທີ່ການເຮັດວຽກກັບສູນກາງສະພາກາແດງໃນວັນທີ 26/04, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຕິລາຄາສູງບັນດາການປະກອບສ່ວນຂອງສະພາກາແດງຫວຽດນາມ ໃນຂະບວນການຊ່ວຍເຫຼືອມະນຸດສະທຳ, ພ້ອມທັງເນັ້ນໜັກວ່າ ສະພາກາແດງຫວຽດນາມ ຕ້ອງກາຍເປັນສະພາບແວກລ້ອມທີ່ເຕົ້າໂຮມບັນດາຈິດໃຈມະນຸດສະທຳ, ມາມັກຄິຊາດ, ເບິ່ງແຍງດູແລໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ແກ້ໄຂ ໄພພິບັດ, ທຳມະຊາດຢ່າງແທດຈິງ. ທ່ານປະທານ ຫງວຽນທ້ຽນເຍີນ ສະເໜີ ຕ້ອງສ້າງໂຄງການສົມທົບການເຄື່ອນໄຫວໃຈບູນໃຈກຸ້ສົນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ສະພາກາແດງ, ໂດຍສະເພາະແມ່ນຂະບວນການ “ບູນປີໃໝ່ເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ”; ຊ່ວຍເຫຼືອ ແລະ ບໍລິຈາກເລືອດອາສາສະໝັກ.
ໃນປີ 2013, ມີບາງຂະບວນການ, ບັ້ນຂົນຂວາຍຂອງສະພາກາແດງ ໄດ້ສ້າງເປັນຂີດໝາຍໃນຊີວິດຂອງປະຊາຄົມຢ່າງແຮງ. ດ້ວຍຍອດມູນຄ່າການເຄື່ອນໄຫວຂອງສະມາຄົມບັນລຸກວ່າ 2.700 ຕື້ດົງ, ປະກອບສ່ວນຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກບື່ນຕົວຂຶ້ນໃນການດຳລົງຊີວິດ, ປະກອບສ່ວນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຂອງພັກ ແລະ ລັດ.