ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນພະສົງສຳມະເນນເນື່ອງໃນໂອກາດວັນບຸນວິສາຂະບຸຊາປີ2016

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນພະສົງສຳມະເນນເນື່ອງໃນໂອກາດວັນບຸນວິສາຂະບຸຊາປີ2016 - ảnh 1
ວັນ​ບຸນ​ວິ​ສາ​ຂະ​ບຸ​ຊາປີ2016ຢ​ູ່​ແຂວງ​ນິງ​ບິ່ງ
(ພາບ: truyenthongphatgiao)

(vovworld) - ວັນ​ທີ 12/05, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫວຽນ​ທ້ຽນ​ເຍີນ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ເຖິງ​ບັນ​ດາ​ຍົດ​ຖາ​ບັນ​ດ​າ​ສັກ​ພ້ອມ​ກັບ​ບັນ​ດາ​ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນພາຍ​ໃນ​ສະ​ມາ​ຄົມພຸດ​ທະ​ສາ​ສະ​​ໜາຫວຽດ​ນາມ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທ​ດ ເນື່ອງ​ໃນ​ໂອ​ກາດວັນ​ບຸນ​ວິ​ສາ​ຂະ​ບຸ​ຊາ ປີ 2016. ໃນ​ຈົດໝາຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະ​ໜາ​ວ່າ, ບັນ​ດາ​ຍົດ​ຖາ​ບັນ​ດ​າ​​ສັກ​ພ້ອມ​ກັບ​ບັນ​ດາ​ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ​ກັນ ໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທ​ົ່ວ​ປວງ​ຊົນ​ທັງ​ຊາດ; ສື​ບ​ຕໍ່​ຮັກ​ສາ ແລະ ເສີິ​ມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່. ​ພ້ອ​ມ​ກັນນັ້ນ, ບັນ​ດາ​ຍົດ​ຖາ​ບັນ​ດ​າ​​ສັກ​ພ້ອມ​ກັບ​ບັນ​ດາ​ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ສະ​ໜັບ​ສະ​ໜູນ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ປ​ຸກ​ລະ​ດົມ; ເຂ​ົ້າ​ຮ່ວມ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ…

ຂ່າວ/ບົດ​ອື່ນ