ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຈະຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ຢ່າງ​ເປັນ​ທາງ​ການ

(VOVWORLD) -ການຢ້ຽມຢາມແມ່ນໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລູນ ສີສຸລິດ.

ວັນທີ 5 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ຈະມີການເດີນທາງຢ້ຽມຢາມສັນຖະວະໄມຕີ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 ຫາ 10 ສິງຫາ 2021. ການຢ້ຽມຢາມແມ່ນໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລູນ ສີສຸລິດ.

ຕອບກັບ

ຂ່າວ/ບົດ​ອື່ນ