ປະ​ທານ​ປະ​ເທດ ຫງວ​ຽນ​ຊວັນ​ຟຸກ ຢັ້​ງ​ຢືນ​ຄວນ​ສືບ​ຕໍ່​ເສ​ີມ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ສາ​ມັກ​ຄີ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ.
ປະ​ທານ​ປະ​ເທດ ຫງວ​ຽນ​ຊວັນ​ຟຸກ ຢັ້​ງ​ຢືນ​ຄວນ​ສືບ​ຕໍ່​ເສ​ີມ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ສາ​ມັກ​ຄີ​ແຫ່ງ​ຊາດ - ảnh 1ທ່ານ ປະທານປະເທດ ຫງວຽນຊວັນຟຸກ ມອບຮູບລຸງໂຮ່ໃຫ້ແກ່ບັນດາຜູ້ແທນ (ພາບ: TTXVN)

ຕີລາຄາໃນໄລຍະທີ່ຜ່ານມາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ແຂວງບັກຢາງແມ່ນໜຶ່ງໃນບັນດາແຂວງມີການເຕີບໂຕສູງທີ່ສຸດໃນທົ່ວປະເທດ, ທ່ານປະທານປະເທດ ກໍ່ຖືວ່າ ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ ຕ້ອງມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ພໍ່ແມ່ປະຊາຊົນບັນດາເຜົ່າ. ທ່ານປະທານປະເທດ ສະເໜີໃຫ້ແຂວງບັກຢາງ ຈັດຕັ້ງປະຕິບັດບັນດາໂຄງການສຳຄັນທີ່ກ່ຽວຂ້ອງເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ເປັນຢ່າງດີຄື: ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຊົນເຜົ່າ ແລະ ເຂດພູດອຍ ເພື່ອປະກອບສ່ວນນຳຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ມີບາດກ້າວພັດທະນາໃໝ່ໃນໄລຍະຈະມາເຖິງ.

ໃນສະພາບທີ່ການບັນດາອິດທິກຳລັງທີ່ເປັນປໍລະປັກສວຍໃຊ້ບັນຫາຊົນເຜົ່າ, ສາສະໜາເປັນຕະຫຼາດ ເພື່ອກໍ່ຄວາມແບ່ງແຍກ, ທຳລາຍແຜນນະໂຍບາຍຂອງພັກ, ລັດ, ທ່ານປະທານປະເທດຢືນຢັນວ່າ  ການຮັກສາ, ເສີມຂະຫຍາຍເນື້ອໃນຈິດໃຈສາມັກຄີແຫ່ງຊາດ ມີຄວາມໝາຍສຳຄັນທີ່ສຸດ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ທາງແຂວງຕ້ອງສືບຕໍ່ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພະນັກງານໜຸ່ມ ຊຶ່ງແມ່ນກຳລັງຫຼັກແຫຼ່ງເພື່ອສ້າງສາເຂດ ປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ