ປະ​ທານ​ປະ​ເທດ ຫງວຽນ​ຊັວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນເຊົ້າວັນທີ 9 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຍັງສະໜາມບິນສາກົນ ວັດໄຕ, ນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ປະ​ທານ​ປະ​ເທດ ຫງວຽນ​ຊັວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ເດີນທາງມາຮອດສະໜາມບິນສາກົນ ວັດໄຕ (ພາບ: vov.vn)

ທີ່ການຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ຢູ່ສະໜາມບິນ, ຝ່າຍລາວມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມພັນລະຍາ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ພະນັກງານອີກຈຳນວນໜຶ່ງ. ສ່ວນຝ່າຍ ຫວຽດນາມ ມີ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ແລະ ພັນລະຍາ, ພະນັກງານສະຖານທູດ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ລາວ ຈຳນວນໜຶ່ງ.

ປະ​ທານ​ປະ​ເທດ ຫງວຽນ​ຊັວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ - ảnh 2ພິທີຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍ ພັນລະຍາ (ພາບ: TTXVN)

ຕາມລາຍການ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງເປັນທາງການດ້ວຍພິທີສູງສຸດສຳລັບປະມຸກລັດ. ພາຍຫຼັງພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການພົບປະຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ, ທ່ານປະທານສະພາແຫ່ງຊາດ ລາວ, ມີການພົບປະກັບອະດີດການນຳພັກ, ລັດ ລາວ. ທ່ານປະທານປະເທດ ຫວຽດນາມ ກໍ່ຈະມີບົດກ່າວປາໄສສຳຄັນໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ແລະ ພິທີມອບຮັບ ຫໍສະພາແຫ່ງຊາດລາວ ຊຶ່ງແມ່ນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ ແລະ ປະຊາຊົນ ລາວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ